ຂ່າວສານ

ຫວຽດນາມ ສະໜັບສະໜູນຍົກລະດັບສະຫະປະຊາຊາດໃຫ້ກາຍເປັນອົງການເຂັ້ມແຂງ ແລະ ມີປະສິດທິຜົນກວ່າ

ບົດລາຍງານ “ໂຄງການກະທຳລວມ” ໄດ້ຍົກອອກຖືຈຸດເວລາທີ່ລັດທິຫຼາຍຝ່າຍ ແລະ ບັນດາອົງການຈັດຕັ້ງສາກົນ, ລວມທັງສະຫະປະຊາຊາດ ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ.

ບົດລາຍງານ “ໂຄງການກະທຳລວມ” ໄດ້ຍົກອອກຖືຈຸດເວລາທີ່ລັດທິຫຼາຍຝ່າຍ ແລະ ບັນດາອົງການຈັດຕັ້ງສາກົນ, ລວມທັງສະຫະປະຊາຊາດ ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ.

   

(ທ່ານນາງອຸປະທູດ ຫງວຽນເຟືອງຈ່າ)

ວັນທີ 10 ມີນາ, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຈັດກອງປະຊຸມທາມທາມຄວາມເຫັນດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືສາກົນ”, ສຸມໃສ່ຂໍ້ສະເໜີທີ່ໄດ້ຍົກອອກໃນບົດລາຍງານ “ໂຄງການກະທຳລວມ” ຂອງເລຂາທິການໃຫຍ່ສະຫະປະຊາຊາດ ກ່ຽວກັບການຍົກສູງປະສິດທິຜົນການເຄື່ອນໄຫວຂອງສະຫະປະຊາຊາດ ແນໃສ່ຮັບມືກັບຄວາມຮຽກຮ້ອງຕ້ອງການໃນປະຈຸບັນ ແລະ ອະນາຄົດ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງອຸປະທູດ ຫງວຽນເຟືອງຈ່າ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ຖືວ່າ, ບົດລາຍງານ “ໂຄງການກະທຳລວມ” ໄດ້ຍົກອອກຖືຈຸດເວລາທີ່ລັດທິຫຼາຍຝ່າຍ ແລະ ບັນດາອົງການຈັດຕັ້ງສາກົນ, ລວມທັງສະຫະປະຊາຊາດ ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ຫວຽດນາມ ສະໜັບສະໜູນຢ່າງແຮງເລື່ອງຍົກລະດັບສະຫະປະຊາຊາດໃຫ້ກາຍເປັນອົງການທີ່ເຂັ້ມແຂງ ແລະ ມີປະສິດທິຜົນກວ່າ, ສາມາດປະຕິບັດບົດບາດສຳຄັນຂອງຕົນແມ່ນ ຕອບສະໜອງຜົນປະໂຫຍດ ແລະ ຄວາມສົນໃຈຂອງບັນດາປະເທດສະມາຊິກ ແລະ ປະຊາຄົມສາກົນ.

(ແຫຼ່ງຄັດຈາກ VOV)


top