ຂ່າວສານ

ຫວຽດນາມ ສະໜັບສະໜູນການສະກັດກັ້ນ, ຢຸດຕິການໃຊ້ຄວາມຮຸນແຮງທາງເພດສໍາພັນໃນການປະທະກັນ

ສະພາຄວາມໝັ້ນຄົງ ສປຊ ວັນທີ 23 ເມສາ ໄດ້ດໍາເນີນກອງປະຊຸມປຶກສາຫາລືເປີດຂັ້ນສູງ ກ່ຽວກັບ “ການໃຊ້ຄວາມຮຸນແຮງທາງເພດສໍາພັນໃນການປະທະກັນ”.


ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ (ພາບ: TTXVN)

ທ່ານ Heiko Mass, ລັດຖະມົນຕີການຕ່າງປະເທດ ເຢຍລະມັນ - ເຊິ່ງເປັນປະເທດດໍາລົງຕໍາແໜ່ງເປັນປະທານໝູນວຽນເດືອນ ເມສາ ຂອງ ສະພາຄວາມໝັ້ນຄົງ ເປັນປະທານກອງປະຊຸມປຶຶກສາຫາລື. ນະທີ່ນີ້, ກວ່າ 80 ປະເທດ ສະມາຊິກເຂົ້າຮ່ວມກອງປະຊຸມປຶກສາຫາລື ໄດ້ກ່າວປະນາມຢ່າງຮຸນແຮງຕໍ່ເລື່ອງໃຊ້ຄວາມຮຸນແຮງທາງເພດສໍາພັນ; ໃຫ້ຄໍາໝັ້ນສັນຍາ ແລະ ຮຽກຮ້ອງການສະໜັບສະໜູນ ແລະ ໜູນຊ່ວຍຜູ້ຖືກປະສົບເຄາະຮ້າຍ ທັງດ້ານສາທາລະນະສຸກ, ຈິດຕະສາດ ແລະ ນິຕິທໍາ. ບັນດາປະເທດ ກໍໄດ້ແບ່ງປັນບັນດາມາດຕະການ ແລະ ບົດຮຽນໃນການຕ້ານການໃຊ້ຄວາມຮຸນແຮງທາງເພດສໍາພັນ ໃຫ້ບັນດາກໍາລັງຮັກສາສັນຕິພາບຂອງ ສປຊ.

        ກ່າວຄໍາເຫັນທີ່ກອງປະຊຸມປຶກສາຫາລື, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ກໍໄດ້ນໍາສະເໜີບັນດາບຸລິມະສິດ ເພື່ອຍົກສູງສະຕິຄວາມຮັບຮູ້, ຢຸດຕິທຸກການກະທໍາລັງກຽດກັບຜູ້ປະສົບເຄາະຮ້າຍ. ທ່ານ ດັ້ງດິ່ງກຸ໊ຍ ກໍຍົກໃຫ້ເຫັນຢ່າງພົ້ນເດັ່ນ ທັດສະນະທີ່ພົ້ນເດັ່ນຂອງຫວຽດນາມ ແມ່ນສະໜັບສະໜູນເລື່ອງເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນວິວັດທະນາການສ້າງສັນຕິພາບ ກໍຄືບົດບາດຂອງແມ່ຍິງໃນການພັດທະນາແບບຍືນຍົງ. ພ້ອມທັງຢ້ັງຢືນວ່າ ຫວຽດນາມ ຈະຮ່ວມມື ກັບປະຊາຄົມສາກົນຢ່າງແໜ້ນແຟ້ນ ເພື່ອສະກັດກັ້ນ ແລະ ຢຸດຕິການໃຊ້ຄວາມຮຸນແຮງທາງເພດສໍາພັນໃນການປະທະກັນ. 

(ແຫຼ່ງຄັດຈາກ VOV)


top