ຂ່າວສານ

ຫວຽດນາມ ສະໜັບສະໜູນ ກຳປູເຈຍ 300.000 USD ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19

ຫວຽດນາມ ແລະ ກຳປູເຈຍ ແມ່ນ 2 ປະເທດບ້ານໃກ້ເຮືອນຄຽງ, ມີການພົວພັນທີ່ເປັນມູນເຊື້ອມາແຕ່ດົນນານ, ສາມັກຄີ, ສະໜິດຕິດພັນ, ຊ່ວຍເຫຼືອເຊິ່ງກັນແລະກັນໃນໄລຍະຫຍຸ້ງຍາກ.
ປະຊາຊົນ ກຳປູເຈຍ ໃສ່ຜ້າອັດປາກ-ດັງ ເພື່ອປ້ອງກັນ ໂຄວິດ-19. ພາບ: THX/TTXVN

ວັນທີ 23 ເມສາ, ທ່ານ ຫງວຽນຮຸຍຕັງ, ຮອງຫົວໜ້າຄະນະປະຈຳຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໄດ້ມອບຈຳນວນເງິນ 300.000 USD ໃຫ້ທ່ານ Chhay Navuth ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳ ຫວຽດນາມ ເພື່ອສະໜັບສະໜູນປະຊາຊົນ ກຳປູເຈຍ ຮັບມື, ປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

        ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຮຸຍຕັງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະ ຕິດຕາມຢ່າງໃກ້ຊິດສະພາບໂລກລະບາດໂຄວິດ-19 ແລະ ແບ່ງປັນກ່ຽວກັບບັນດາຄວາມຫຍຸ້ງຍາກ ເຊິ່ງກຳປູເຈຍ ພວມປະເຊີນໜ້າ ຍ້ອນໂລກລະບາດກໍ່ຂຶ້ນ ແລະ ເຊື່ອໝັ້ນວ່າ ກຳປູເຈຍ ຈະສະກັດກັ້ນ ແລະ ຄວບຄຸມໄດ້ສະພາບແຜ່ລະບາດຂອງໂລກລະບາດໂຄວິດ-19 ໃນໄລຍະໄວທີ່ສຸດ.

ທ່ານ ຫງວຽນຮຸຍຕັງ ຢັ້ງຢືນວ່າ ຫວຽດນາມ ແລະ ກຳປູເຈຍ ແມ່ນ 2 ປະເທດບ້ານໃກ້ເຮືອນຄຽງ, ມີການພົວພັນທີ່ເປັນມູນເຊື້ອມາແຕ່ດົນນານ, ສາມັກຄີ, ສະໜິດຕິດພັນ, ຊ່ວຍເຫຼືອເຊິ່ງກັນແລະກັນໃນໄລຍະຫຍຸ້ງຍາກ.

 (ແຫຼ່ງຄັດຈາກ VOV)


top