ຂ່າວສານ

ຫວຽດນາມ ສະແດງຄວາມວິຕົກກັງວົນຕໍ່ຂໍ້ມູນກ່ຽວກັບເຫດການເກີດຂຶ້ນຢູ່ເຂດ ບ້າຍກໍເມີຍ

ຫວຽດນາມ ໄດ້ຕິດຕາມຢ່າງແໜ້ນແຟ້ນ ແລະ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາຂໍ້ມູນຂອງເຫດການທີ່ເກີດຂຶ້ນໃນວັນທີ 17 ມິຖຸນາ 2024 ຢູ່ເຂດ ບ້າຍກໍເມີຍ ລະຫວ່າງ ຟີລິບປິນ ແລະ ຈີນ.
ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: baoquocte.vn)

ວັນທີ 21 ມິຖຸນາ, ເມື່ອຕອບສຳພາດຂອງນັກຂ່າວສະເໜີໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ຕໍ່ເຫດການກຳປັ່ນ ຈີນ ຕຳກຳປັ່ນລຳລຽງຂອງ ຟີລິບປິນ ຢູ່ເຂດ ບ້າຍກໍເມີຍ ວັນທີ 17 ມິຖຸນາ 2024, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ, ໃຫ້ຮູ້ວ່າ:

        ຫວຽດນາມ ໄດ້ຕິດຕາມຢ່າງແໜ້ນແຟ້ນ ແລະ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາຂໍ້ມູນຂອງເຫດການທີ່ເກີດຂຶ້ນໃນວັນທີ 17 ມິຖຸນາ 2024 ຢູ່ເຂດ ບ້າຍກໍເມີຍ ລະຫວ່າງ ຟີລິບປິນ ແລະ ຈີນ.

ຫວຽດນາມ ສະເໜີໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈຢ່າງສຸດຂີດ, ມີການກະທຳສອດຄ່ອງກັບກົດໝາຍສາກົນ, ເຄົາລົບການປະຕິບັດອະທິປະໄຕ, ອຳນາດອະທິປະໄຕ ແລະ ສິດອຳນາດສານສຳລັບເຂດເສດຖະກິດພິເສດສາກົນ, ໄຫຼ່ທະວີບຂອງປະເທດເຂດແຄມທະເລ ທີ່ໄດ້ກຳນົດສອດຄ່ອງກັບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະ ຄົບຖ້ວນ, ເຄົາລົບ ແລະ ປະຕິບັດຕາມບັນດາຂໍ້ກຳນົດສາກົນກ່ຽວກັບຄວາມປອດໄພໃນການເດີນເຮືອ, ການບິນ, ການປ້ອງກັນຕ້ານການຕຳກັນຢູ່ທະເລ, ແກ້ໄຂບັນດາການຂັດແຍ້ງກັນ, ຄວາມແຕກຕ່າງກັນໂດຍສັນຕິວີທີ, ຕັ້ງໜ້າປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຢູ່ພາກພື້ນ.


top