ຂ່າວສານ

ຫວຽດນາມ ສະເໜີໃຫ້ ອີຢູ ແລະ ອັງກິດ ໜູນຊ່ວຍການປະຕິບັດຂໍ້ຕົກລົງຫັນປ່ຽນພະລັງງານໂດຍມີຄວາມຍຸຕິທຳ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢືນຢັນເຖິງຄວາມຮັບຜິດຊອບຂອງ ຫວຽດນາມ ພ້ອມກັບບັນດາປະເທດອື່ນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນອາຍພິດເຮືອນແກ້ວລົງເປັນ 0.
  ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລກປ່ຽນກັບທ່ານ Chris Taylor ແລະ ທ່ານ Tibor Stelbaczky (ພາບ: TTXVN)  

ຕອນເຊົ້າວັນທີ 17 ເມສາ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ຕ້ອນຮັບທ່ານ Chris Taylor, ທູດພິເສດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງລາຊະອານາຈັກ ອັງກິດ ແລະ ທ່ານ Tibor Stelbaczky, ທີ່ປຶກສາດ້ານການທູດພະລັງງານຂອງສະຫະພາບ ເອີລົບ (ອີຢູ) ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ກ່ຽວກັບທິດທາງປະຕິບັດຂໍ້ຕົກລົງຫັນປ່ຽນພະລັງງານໂດຍມີຄວາມຍຸຕິທຳ (JETP).

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢືນຢັນເຖິງຄວາມຮັບຜິດຊອບຂອງ ຫວຽດນາມ ພ້ອມກັບບັນດາປະເທດອື່ນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນອາຍພິດເຮືອນແກ້ວລົງເປັນ 0, ຫັນປ່ຽນພະລັງງານໂດຍມີຄວາມຍຸຕິທຳ. ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ ອີຢູ ແລະ ອັງກິດ ໜູນຊ່ວຍ ຫວຽດນາມ ສ້າງແລວກິຕິກຳ, ກົນໄກ, ນະໂຍບາຍໃຫ້ສົມບູນແບບ; ພ້ອມທັງເລືອກເອົາໂຄງການພະລັງງານຜະລິດຄືນໃໝ່, ພະລັງງານສີຂຽວເພື່ອແກ້ໄຂບັນດາຂໍ້ຕິດຂັດກ່ຽວກັບບ້ວງສິນເຊື່ອ, ເຕັກໂນໂລຊີ, ບໍລິຫານ…

ສ່ວນທ່ານ Tibor Stelbaczky, ທີ່ປຶກສາດ້ານການທູດພະລັງງານຂອງສະຫະພາບ ເອີລົບ ໄດ້ຕີລາຄາສູງບັນດາຄຳໝັ້ນສັນຍາດ້ານການເມືອງຂອງລັດຖະບານ ຫວຽດນາມ ກ່ຽວກັບການຫັນເປັນສີຂຽວ, ໃນນັ້ນ, ມີຂໍ້ຕົກລົງຫັນປ່ຽນພະລັງງານໂດຍມີຄວາມຍຸຕິທຳ ກໍຄືບັນດາຂົງເຂດກ່ຽວກັບການຫັນເປັນສີຂຽວ.

ທ່ານ Chris Taylor, ທູດພິເສດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງລາຊະອານາຈັກ ອັງກິດ ສະແດງຄວາມພ້ອມແລ້ວຈະໜູນຊ່ວຍ, ແບ່ງປັນບົດຮຽນກັບ ຫວຽດນາມ ໃນການປະຕິບັດ JETP; ພ້ອມທັງເນັ້ນໜັກວ່າ ຕ້ອງມີນະໂຍບາຍໃຫ້ກົມກຽວເພື່ອແກ້ໄຂບັນດາສິ່ງທ້າທາຍ ແລະ ລາຊະອານາຈັກ ອັງກິດ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຍູ້ແຮງການລົງທຶນຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.


top