ຂ່າວສານ

ຫວຽດນາມ ສະເໜີເພີ່ມທະວີກຳລັງແຮງຂອງກຳລັງປ້ອງກັນອາກາດ ບັນດາປະເທດ ອາຊຽນ ໃນການຮັບມືກັບໄພທຳມະຊາດ, ໂລກລະບາດ

      ທີ່ກອງປະຊຸມ, ຫົວໜ້າຄະນະຜູ້ແທນບັນດາປະເທດ ໄດ້ແລກປ່ຽນກ່ຽວກັບຫົວຂໍ້ “ຫັນຄວາມສາມາດ ແລະ ການຮ່ວມມືເປັນດີທີ່ສຸດ ເພື່ອຮັບມືກັບບັນດາສິ່ງທ້າທາຍໃໝ່”. 
ທ່ານພົນຕີ ຫວູວັນຄາ, ຜູ້ຮັກສາການ ບັນຊາການເຫຼົ່າທັບປ້ອງກັນອາກາດ ຫວຽດນາມ ເຂົ້າຮ່ວມ AACC – 18 (ພາບ: qdnd.vn)
      ວັນທີ 16 ກັນຍາ, ຢູ່ກອງປະຊຸມບັນຊາການກອງທັບອາກາດ ບັນດາປະເທດ ອາຊຽນ ຄັ້ງທີ 18 (AACC - 18) ໄດ້ດຳເນີນຕາມຮູບແບບທາງໄກ ພາຍໃຕ້ການເປັນປະທານຂອງທ່ານ ພົນເອກ ແອບູນ ສຸດທິວັນ, ຜູ້ບັນຊາການກອງທັບອາກາດລາຊະອານາຈັກ ໄທ. ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ AACC – 18 ໂດຍທ່ານພົນຕີ ຫວູວັນຄາ, ຜູ້ຮັກສາການ ບັນຊາການເຫຼົ່າທັບປ້ອງກັນອາກາດເປັນຫົວໜ້າຄະນະ.
      ທີ່ກອງປະຊຸມ, ຫົວໜ້າຄະນະຜູ້ແທນບັນດາປະເທດ ໄດ້ແລກປ່ຽນກ່ຽວກັບຫົວຂໍ້ “ຫັນຄວາມສາມາດ ແລະ ການຮ່ວມມືເປັນດີທີ່ສຸດ ເພື່ອຮັບມືກັບບັນດາສິ່ງທ້າທາຍໃໝ່”. ທ່ານພົນຕີ ຫວູວັນຄາ, ຫົວໜ້າຄະນະຜູ້ແທນຫວຽດນາມ, ໄດ້ສະເໜີເພີ່ມທະວີກຳລັງແຮງສັງລວມ ຂອງກຳລັງກອງທັບອາກາດບັນດາປະເທດ ອາຊຽນ ໃນການຮັບມືກັບໄພທຳມະຊາດ, ໂລກລະບາດໂຄວິດ - 19 ກໍ່ຄືຮັບມືກັບບັນດາສິ່ງທ້າທາຍໃຫຍ່ກ່ຽວກັບຄວາມໝັ້ນຄົງໃນພາກພື້ນ ບົນຈິດໃຈສາມັກຄີ, ຮ່ວມມືກັນລະຫວ່າງບັນດາປະເທດສະມາຊິກ ອາຊຽນ ກັບປະເທດຕ່າງໆໃນພາກພື້ນ ກໍ່ຄືໃນໂລກ.
      ທ່ານພົນຕີ ຫວູວັນຄາ ເນັ້ນໜັກວ່າ: ເຫຼົ່າທັບປ້ອງກັນອາກາດຫວຽດນາມ ປາດຖະໜາຢາກຊຸກຍູ້ກ່ວາອີກ ການເຄື່ອນໄຫວຮ່ວມມືສອງຝ່າຍ ກັບກຳລັງອາກາດບັນດາປະເທດ ອາຊຽນ ໃນບັນດາຂົງເຂດຄື ແລກປ່ຽນຄະນະຜູ້ແທນຂັ້ນສູງ, ຈັດຕັ້ງບັນດາໂຄງການແລກປ່ຽນພົວພັນນາຍທະຫານໜຸ່ມ; ສຶກສາ ແລະ ບຳລຸງສ້າງ, ແບ່ງປັນບົດຮຽນປະສົບການດ້ານວິຊາການກ່ຽວກັບຄວາມປອດໄພໃນການບິນ, ສາທາລະນະສຸກການບິນ, ການກູ້ໄພກູ້ຊີບທາງອາກາດ.
(ແຫຼ່ງຄັດຈາກ VOV)

top