ຂ່າວສານ

ຫວຽດນາມ ສະເໜີຍູ້ແຮງການຮ່ວມມືໃນອາຊຽນ ແລະ ແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຕີລາຄາສູງຈຸດສຸມ, ສິ່ງບຸລິມະສິດຂອງປະທານອາຊຽນ 2022 ໂດຍ ກຳປູເຈຍ ວາງອອກ, ທ່ານກໍ່ຢັ້ງຢືນວ່າ ຫວຽດນາມຈະສະໜັບສະໜູນການຜັນຂະຫຍາຍບັນດາບຸລິມະສິດ, ຂໍ້ລິເລີ່ມທີ່ໄດ້ເຫັນດີເປັນເອກະພາບ.
ກອງປະຊຸມວົງແຄບບັນດາລັດຖະມົນຕີ ການຕ່າງປະເທດ ອາຊຽນ (AMMR)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ Prak Sokhonn, ໃນລະຫວ່າງວັນທີ 16 – 17 ກຸມພາ ປີ 2022, ທ່ານ ບຸຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເດີນທາງໄປເຂົ້າຮ່ວມກອງປະຊຸມວົງແຄບບັນດາລັດຖະມົນຕີ ການຕ່າງປະເທດ ອາຊຽນ (AMMR) ໂດຍກົງ ແລະ ທາງໄກ ຢູ່ ພະນົມເປັນ ປະເທດ ກຳປູເຈຍ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຕີລາຄາສູງຈຸດສຸມ, ສິ່ງບຸລິມະສິດຂອງປະທານອາຊຽນ 2022 ໂດຍ ກຳປູເຈຍ ວາງອອກ, ທ່ານກໍ່ຢັ້ງຢືນວ່າ ຫວຽດນາມຈະສະໜັບສະໜູນການຜັນຂະຫຍາຍບັນດາບຸລິມະສິດ, ຂໍ້ລິເລີ່ມທີ່ໄດ້ເຫັນດີເປັນເອກະພາບ.

ທ່ານລັດຖະມົນຕີ ໄດ້ສະເໜີໃຫ້ ອາຊຽນ ສືບຕໍ່ຜັນຂະຫຍາຍບັນດາຂໍ້ລິເລີ່ມຮັບມືກັບໂລກລະບາດໂຄວິດ - 19 ຢ່າງແຮງ, ສະເໜີຜັນຂະຫຍາຍການຮັບຮອງເອົາ ປາດສະປໍ ວັກຊິນໃນພາກພື້ນ ເພື່ອເຊື່ອມຕໍ່ການເຄື່ອນໄຫວເດີນທາງໄປມາໂດຍໄວ ແລະ ສ້າງເງື່ອນໄຂຟື້ນຟູຢ່າງຮອບດ້ານໃນພາກພື້ນ…

ສ່ວນບັນຫາທະເລຕາເວັນອອກ, ທ່ານລັດຖະມົນຕີ ໄດ້ເນັ້ນໜັກເຖິງຄວາມສຳຄັນໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ປະຕິບັດຕາມກົດໝາຍສາກົນ, ລວມມີ UNCLOS 1982 ເພື່ອແນໃສ່ຮັກສາ ທະເລຕາເວັນອອກ ໃຫ້ເປັນເຂດທະເລແຫ່ງສັນຕິພາບ, ມີສະຖຽນລະພາບ ແລະ ມີການຮ່ວມມື, ສືບຕໍ່ຜັນຂະຫຍາຍຖະແຫຼງການ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ບັນລຸໄດ້ກົດແຫ່ງການປະພຶດ COC ຢ່າງແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNLCOS 1982 ໂດຍໄວ.

ທ່ານລັດຖະມົນຕີກໍ່ສະເໜີຍູ້ແຮງການຮ່ວມມືໃນອາຊຽນ ແລະ ກັບບັນດາຄູ່ຮ່ວມມື ເພື່ອແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ພວມເກີດຂຶ້ນ.

 

 

 

 


top