ຂ່າວສານ

ຫວຽດນາມ ສະເໜີ ຈີນ ບໍ່ຈັດຕັ້ງການແຂ່ງຂັນຊ່ວງເຮືອສໍາເພົາອີກຕໍ່ໄປ ຢູ່ບໍລິເວນຂຶ້ນກັບໝູ່ເກາະຮວ່າງຊາຂອງຫວຽດນາມ

ເລື່ອງ ຈີນ ສືບຕໍ່ຈັດຕັ້ງການແຂ່ງຂັນຊ່ວງເຮືອສໍາເພົາ ຢູ່ເຂດໝູ່ເກາະຮວ່າງຊາຂອງຫວຽດນາມ ແມ່ນລະເມີດອະທິປະໄຕຂອງຫວຽດນາມຢ່າງແຮງ.


ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ (ພາບ: tuoitre.vn)

ວັນທີ 23 ພຶດສະພາ, ຢູ່ການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບສໍາພາດຕໍ່ນັກຂ່າວ ກ່ຽວກັບ ປະຕິກິລິຍາຂອງຫວຽດນາມ ກ່ຽວກັບເລື່ອງ ຈີນ ຈັດຕັ້ງການແຂ່ງຂັນຊ່ວງເຮືອສໍາເພົາຢູ່ເຂດເກາະ ຢຸຍມົ້ງ ຂຶ້ນກັບໝູ່ເກາະຮວ່າງຊາຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ:

        ຫວຽດນາມ ມີຫຼັກຖານດ້ານນິຕິກໍາ ແລະ ພະຍານຫຼັກຖານປະຫວັດສາດ ທີ່ຢັ້ງຢືນອະທິປະໄຕ ສໍາລັບສອງໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ ຕາມຂໍ້ກໍານົດຂອງກົດໝາຍສາກົນ.

        ເລື່ອງ ຈີນ ສືບຕໍ່ຈັດຕັ້ງການແຂ່ງຂັນຊ່ວງເຮືອສໍາເພົາ ຢູ່ເຂດໝູ່ເກາະຮວ່າງຊາຂອງຫວຽດນາມ ແມ່ນລະເມີດອະທິປະໄຕຂອງຫວຽດນາມຢ່າງແຮງ ສໍາລັບໝູ່ເກາະດັ່ງກ່່າວ; ໄປຝືນກັບຂໍ້ຕົກລົງວ່າດ້ວຍບັນດາຫຼັກການພື້ນຖານ ຊີ້ນໍາການແກ້ໄຂບັນຫາໃນທະເລລະຫວ່າງຫວຽດນາມ ແລະ ຈີນ,ເນື້ອໃນຈິດໃຈຂອງຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ; ກໍ່ຄວາມສັບສົນ ແລະ ບໍ່ມີປະໂຫຍດໃຫ້ແກ່ເລື່ອງຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

        ຫວຽດນາມ ສະເໜີ ຝ່າຍ ຈີນ ຈົ່ງເຄົາລົບອະທິປະໄຕຂອງຫວຽດນາມ ສໍາລັບສອງໝູ່ເກາະຮວ່າງຊາ ແລະ ເຈື່ອງຊາ, ບໍ່ດໍາເນີນການເຄື່ອນໄຫວດັ່ງກວ່າອີກຕໍ່ໄປ, ບໍ່ມີການເຄື່ອນໄຫວເພີ່ມຄວາມເຄັ່ງຕຶງ ແລະ ກໍ່ສະພາບຄວາມສັບສົນໃນພາກພື້ນ. 

(ແຫຼ່ງຄັດຈາກ VOV)


top