ຂ່າວສານ

ຫວຽດນາມ ສະເຫຼີມສະຫຼອງ 72 ປີແຫ່ງການປະຕິວັດເດືອນສິງຫາ ສຳເລັດຜົນ (19/8/1945 -19/8/2017)

      ກ່ອນນີ້ 72 ປີເຕັມ, ວັນທີ 19 ສິງຫາ 1945, ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ທົ່ວປວງຊົນ ຫວຽດນາມ ພ້ອມກັນລຸກຮື້ຂຶ້ນຢຶດເອົາອຳນາດການປົກຄອງ, ໂຄ່ນລົ້ມລະບອບສັກດີນາ, ມ້າງທຳລາຍແອກຄອບຄອງກົດຂີ່ຂອງລະບອບລ່າເມືອງຂຶ້ນ, ເປີດສັງກະລາດໃຫມ່ຂອງເອກະລາດຊົນາດ ແລະ ລັດທິສັງຄົມນິຍົມ.

ງານໂຮມຊຸມນຸມມິດຕິງຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍໃນວັນທີ 19 ສິງຫາ 1945
      ການປະຕິວັດເດືອນສິງຫາປະສົບຜົນສຳເລັດ ແມ່ນໄຊຊະນະຂອງກຳລັງແຮງມະຫາສາມັກຄີທົ່ວປວງຊົນ, ແມ່ນໄຊຊະນະຂອງແນວທາງການປະຕິວັດອັນຖືກຕ້ອງ, ການນຳພາທີ່ສະຫຼາດສ່ອງໃສ, ວິໄສທັດຍຸດທະສາດ, ການຍາດແຍ່ງກາລະໂອກາດ, ການປະສານສົມທົບລະຫວ່າງກຳລັງແຮງທົ່ວປວງຊົນ ກັບກຳລັງແຮງຍຸກສະໄໝ ຂອງພັກກອມມູນິດ ແລະ ປະທານ ໂຮ່ຈີມິນ.
        ໜັງສືພິມ ເຍີນເຢີນ (ສຽງຂອງພັກກອມມູນິດ ຫວຽດນາມ) ສະບັບອອກໃນວັນທີ 19 ສິງຫາ, ມີບົດນຳດ້ວຍຫົວຂໍ້ວ່າ “ການປະຕິວັດເດືອນສິງຫາ ແລະ ວິວັດແຫ່ງການປ່ຽນໃໝ່”. ບົດນຳໄດ້ຢືນຢັນວ່າ ກ່ວາ 70 ປີຜ່ານມາ, ບັນດາບົດຮຽນຂອງການປະຕິວັດເດືອນສິງຫາ ປີ 1945 ຍັງຮັກສາຄຸນຄ່າເໝືອນເດີມໃນພາລະກິດສ້າງສາ, ພັດທະນາປະເທດຊາດ. ພິເສດ, ແມ່ນບົດຮຽນກ່ຽວກັບແນວຄິດຂອງພັກສ້າງຄວາມເປັນເອກະພາບກ່ຽວກັບການຮັບຮູ້ ແລະ ການກະທຳຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບສ້າງເປັນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.
        ບົດນຳ ກ້າວເດີນຢ່າງໝັ້ນຄົງດ້ວຍນ້ຳໃຈການປະຕິວັດເດືອນສິງຫາ ຂອງໜັງສືພິມ ກວນໂດ້ຍເຍີນເຢີນ (ສຽງຂອງກອງທັບປະຊາຊົນ ຫວຽດນາມ) ສະບັບອອກໃນວັນທີ 19 ສິງຫາ ກໍ່ຢືນຢັນວ່າ: ທົ່ວພັກ,  ທົ່ວປວງຊົນ, ທົ່ວກອງທັບ ຕ້ອງເສີມຂະຫຍາຍຜົນງານ, ຄວາມໝາຍອັນໃຫຍ່ຫຼວງຂອງການປະຕິວັດເດືອນສິງຫາ, ສ້າງພັກໃຫ້ປອດໃສ, ໝັ້ນຄົງ, ເຂັ້ມແຂງ ກ່ຽວກັບແນວຄິດ, ການເມືອງ, ການຈັດຕັ້ງ ແລະ ຄຸນສົມບັດ ຢ່າງແທ້ຈິງ, ແບກຫາບ ແລະ ປະຕິບັດສຳເລັດພາລະກິດປະຫວັດສາດຂອງພັກກຳອຳນາດກໍ່ຄືຄວາມຮັບຜິດຊອບເຊິ່ງປະຊາຊົນມອບໝາຍໃຫ້.
(ແຫຼ່ງຄັດຈາກ VOV)

top