ຂ່າວສານ

ຫວຽດນາມ-ສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງອາຊຽນ

ເລື່ອງຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ເມື່ອວັນທີ 28 ກໍລະກົດ 1995 ໄດ້ເປີດໜ້າປະຫວັດສາດໃໝ່ໃຫ້ແກ່ການພົວພັນຮ່ວມມືລະຫວ່າງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້.


ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕ່າງໜ້າຫວຽດນາມ ປະຈຳອາຊຽນ ເຈິ່ນດຶກບິ່ງ

(ພາບ: TTXVN)


ເມື່ອຕອບສຳພາດຕໍ່ສື່ມວນຊົນເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕ່າງໜ້າຫວຽດນາມ ປະຈຳອາຊຽນ ເຈິ່ນດຶກບິ່ງ, ໄດ້ຢືນຢັນວ່າ: ເລື່ອງຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ເມື່ອວັນທີ 28 ກໍລະກົດ 1995 ໄດ້ເປີດໜ້າປະຫວັດສາດໃໝ່ໃຫ້ແກ່ການພົວພັນຮ່ວມມືລະຫວ່າງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້; ເລື່ອງຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ໄດ້ນຳມາໃຫ້ຫວຽດນາມ ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ສ້າງຄວາມສະດວກໃຫ້ແກ່ການພັດທະນາຂອງປະເທດ. ໃນໄລຍະ 25 ປີຜ່ານມາ, ຫວຽດນາມ ຍາມໃດກໍ່ແມ່ນປະເທດສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບໃນອາຊຽນ. ພາຍຫຼັງເຂົ້າເປັນສະມາຊິກອາຊຽນ, ຫວຽດນາມ ໄດ້ຕັ້ງໜ້າຊຸກຍູ້ການຮັບເອົາບັນດາປະເທດກຳປູເຈຍ, ລາວ ແລະ ມຽນມາ ເຂົ້າເປັນສະມາຊິກອາຊຽນ, ປະກອບສ່ວນປະຕິບັດສຳເລັດແນວຄວາມຄິດກ່ຽວກັບອາຊຽນ ລວມມີ 10 ປະເທດອາຊີຕາເວັນອອກສ່ຽງໃຕ້, ສ້າງການຫັນປ່ຽນໃໝ່ດ້ານຄຸນນະພາບສຳລັບອາຊຽນ ແລະ ສະພາບການຢູ່ພາກພື້ນ.

        ໂດຍແມ່ນສະມາຊິກຕັ້ງໜ້າໃນອາຊຽນ, ຫວຽດນາມ ກໍ່ປະຕິບັດສຳເລັດໜ້າທີ່ຂອງປະເທດສະມາຊິກຜ່ານການຮັບບັນດາບົດບາດໜ້າທີ່ສຳຄັນຂອງອາຊຽນ ໂດຍບັນລຸໄດ້ໝາກຜົນອັນໃຫຍ່ຫຼວງ ແລະ ແທດຈິງຫຼາຍຢ່າງ. ປະຈຸບັນ, ຫວຽດນາມ ພວມດຳລົງຕຳແໜ່ງປະທານອາຊຽນ 2020. ໃນສະພາບເກີດໂລກລະບາດໂຄວິດ-19, ນັບແຕ່ຕົ້ນປີ, ຫວຽດນາມ ໄດ້ເປັນເຈົ້າການ, ສົມທົບກັບບັນດາປະເທດອາຊຽນ ຢ່າງທັນການ ເພື່ອຕັ້ງໜ້າຜັນຂະຫຍາຍບັນດາຂໍ້ລິເລີ່ມ ແລະ ຮ່ວມມືກັບບັນດາຄູ່ຮ່ວມມື ເພື່ອແນໃສ່ຄວບຄຸມ, ສະກັດກັ້ນ ແລະ ຮັບມືກັບໂລກລະບາດ.

        ຫວຽດນາມ ກໍ່ມີການປະກອບສ່ວນຕັ້ງໜ້າຫຼາຍຢ່າງໃນການຮັກສາຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມ ແລະ ຫຼັກໝັ້ນລວມຂອງອາຊຽນ ໃນບັນດາບັນຫາຢູ່ພາກພື້ນ ແລະ ສາກົນ, ບັນຫາທະເລຕາເວັນອອກ, ປະກອບສ່ວນຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ. ໜຶ່ງໃນບັນດາເນື້ອໃນເຊິ່ງຫຼາຍປະເທດສົນໃຈນັ້ນແມ່ນ ເລື່ອງຫວຽດນາມ ພ້ອມກັບອາຊຽນ ພວມພ້ອມກັນເຈລະຈາກັບຈີນ ກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ແລະ ຮັບປະກັນວ່ານີ້ແມ່ນເອກະສານມີຜົນສັກສິດ, ປະສິດທິຜົນ.

(ແຫຼ່ງຄັດຈາກ VOV)


top