ຂ່າວສານ

ຫວຽດນາມ - ສະຖານທີ່ທ່ອງທ່ຽວມີສີສັນສະເພາະໃນແຜນທີ່ທ່ອງທ່ຽວໂລກ.

ດ້ວຍລາຍຮັບ 1.000.000 ຕື້ກວ່າດົ່ງ ປະມານ 40 ຕື້ກວ່າໂດລາສະຫະລັດ, ຕ້ອນຮັບແຂກທ່ອງທ່ຽວສາກົນຫຼາຍກວ່າ 20 ລ້ານເທື່ອຄົນ, ຂະແໜງທ່ອງທ່ຽວ ຫວຽດນາມ ໃນປີ 2025 ໄດ້ບືນຕົວຂຶ້ນຢ່າງແຂງແຮງ ຈາກຄວາມຫຍຸ້ງຍາກຂອງ ພະຍາດໂຄວິດ-19. ການຟື້ນຕົວບໍ່ພຽງແຕ່ສະແດງອອກຜ່ານຕົວເລກເທົ່ານັ້ນ ຫາກຍັງປາກົດມີໃນຊີວິດທີ່ຟົດຟື້ນຢູ່ຕາມສະຖານທີ່ທ່ອງທ່ຽວ, ຜ່ານສາຍຕາໃບໜ້າແຈ່ມໃສຂອງແຂກທ່ອງທ່ຽວ ແລະ ໃນວິທີ ຫວຽດນາມ ນັບມື້ມີຊື່ສຽງດ້ວຍສະຖານທີ່ມີສີສັນສະເພາະໃນແຜນທີ່ທ່ອງທ່ຽວໂລກ.
ແຂກທ່ອງທ່ຽວສາກົນມາຢາມນະຄອນເຫ້ວ

 ຢູ່ນະຄອນ ເຫວ້ ໃນຍາມຕອນແລງຢູ່ແຄມແມ່ນ້ຳ ເຮືອງຢາງ ທ່ານ ດາວິດ ວິນເຊິນ ແຂກທ່ອງທ່ຽວມາຈາກ ອັງກິດ ໄດ້ກັບຄືນຢາມເມືອງຫຼວງເກົ່າ ເປັນເທື່ອທີ່ສອງພາຍຫຼັງພະຍາດໂຄວິດ ເປີດເຜີຍວ່າ:

“ນີ້ແມ່ນເທື່ອທີ່ສອງທີ່ຂ້າພະເຈົ້າໄໄດ້ກັບຄືນຢ້ຽມຢາມ ເຫວ້ ແລະ ແມ່ນໜ້າປະທັບໃຈທີ່ສຸດ. ພາຍຫຼັງພະຍາດໂຄວິດ-19 ຂ້າພະເຈົ້າຮູ້ສຶກວ່າ ການທ່ອງທ່ຽວຢູ່ແຫ່ງນີ້ໄດ້ຟື້ນຕົວຢ່າງແຂງແຮງ. ບັນດາມໍລະດົກໄດ້ຮັບການອະນຸລັກດີກວ່າເກົ່າ,ການບໍລິການເປັນມືອາຊີບກວ່າເກົ່າ ແລະ ຊາວ ຫວຽດນາມ ກໍ່ມີຈິດໃຈຮັກແພງແຂກ”.

ບໍ່ພຽງແຕ່ແຂກທ່ອງທ່ຽວສາກົນເທົ່ານັ້ນ ຊາວທ້ອງຖິ່ນກໍ່ມີຄວາມຮູ້ສຶກຢ່າງຈະແຈ້ງ ກ່ຽວກັບການປ່ຽນແປງ. ທ່ານ ບຸ່ຍງອກວິງ ຢູ່ໃກ້ກັບເຂດປູຊະນີຍະສະຖານໃຈກາງນະຄອນ ເຫວ້ ໃຫ້ຮູ້ວ່າ: ຈຳນວນແຂກທ່ອງທ່ຽວສາກົນກັບຄືນມາໄດ້ເພີ່ມຂຶ້ນໄວ ແລະ ຫຼາຍກວ່າການຄາດຄະເນ. ອ້າຍ ເວືອງກວັກບ໋າວ ຜູ້ນຳທ່ຽວຢູ່ນະຄອນ ດ່າໜັງ - ໂຮ້ຍອານ - ເຫວ້ ໃຫ້ຮູ້ວ່າ:

“ບັນດາຕະຫຼາດ ສ ເກົາຫຼີ, ໄຕ້ຫວັນ, ຍີ່ປຸ່ນ ສຶບຕໍ່ເຕີບໂຕດີ, ພ້ອມກັນນັ້ນແມ່ນການກັບຄືນມາທ່ຽວຂອງແຂກທ່ອງທ່ຽວເອີລົບດ້ວຍທ່າອ່ຽງທ່ອງທ່ຽວຕາມໃຈ, ພັກເຊົາຫຼາຍວັນ ແລະ ຄົ້ນຫາວັດທະນະທຳທ້ອງຖິ່ນ”.

 ສິ່ງທີ່ເປັນໜ້າສົນໃຈແມ່ນການຟື້ນຕົວຄັ້ງນີ້ບໍ່ພຽງແຕ່ຢຸດຢູ່ໃນຈຳນວນແຂກທ່ອງທ່ຽວເທົ່ານັ້ນ ຫາກຍັງສະແດງອອກຜ່ານການຫັນປ່ຽນກ່ຽວກັບຄຸນນະພາບ. ທ່ອງທ່ຽວ ຫວຽດນາມ ພວມຫັນຈາກສະຖານທີ່ທ່ອງທ່ຽວໄປສູ່ການຄົ້ນຫາ, ຈາກການຢ້ຽມຊົມທັດສະນະສຶກສາຫັນໄປສູ່ການເດີນທາງຄົ້ນຫາ ຕິດພັນກັບວັດທະນະທຳອາຫານການກິນສິລະປະ ແລະ ຊີວິດຊຸມຊົນ. ນາງ ຫງວຽນເລມາຍເຟືອງ ຜູ້ອຳນວຍການບໍລິສັດທ່ອງທ່ຽວ ແຊນນີ ໃຫ້ຮູ້ວ່າ:

 “ບັນດາຮູບແບບທ່ອງທ່ຽວຄື ທ່ອງທ່ຽວຊຸມຊົນ, ທ່ອງທ່ຽວທຳມະຊາດ, ທ່ອງທ່ຽວບຳລຸງສຸຂະພາບ ໃນໄລຍະເບື້ອງຕົ້ນ. ຄວນມີວິທີສຳຜັດໃໝ່ໃນການພັດທະນາຜະລິດຕະພັນທ່ອງທ່ຽວ, ຫັນໄປສູ່ຜະລິດຕະພັນທ່ອງທ່ຽວຄົ້ນຫາຕິດພັນກັບວັດທະນະທຳອາຫານການກິນ ສິລະປະພື້ນເມືອງ, ທ່ອງທ່ຽວບຳລຸງສຸຂະພາບແທດເໝາະກັບທ່າອ່ຽງຄຸນນະພາບສູງໃນປັດຈຸນ”.

 ບໍ່ພຽງແຕ່ຢູ່ນະຄອນ ເຫວ້ ເທົ່ານັ້ນ ຫຼາຍທ້ອງຖິ່ນອື່ນກໍ່ເປັນເຈົ້າການຢັ້ງຢືນຕົນເອງຄືນ. ຢູ່ ນິງບິ່ງ, ການທ່ອງທ່ຽວໄດ້ຮັບການກຳນົດພັດທະນາຄຽງຄູ່ກັບອຸດສາຫະກຳວັດທະນະທຳ, ສ້າງເປັນກຸ່ມຂະແໜງເສດຖະກິດປາຍແຫຼມ. ທ່ານ ຫງວຽນກາວເຕິ໊ນ ຮອງຫົວໜ້າພະແນກທ່ອງທ່ຽວ ແຂວງ ນິງບິ່ງ ເປີດເຜີຍວ່າ:

“ນຳບັນດາຄຸນຄ່າພິເສດສະເພາະຂອງແຕ່ລະເຂດພາກ ສ້າງເປັນໂຄງປະກອບຮູບພາບທ່ອງທ່ຽວ ຫວຽດນາມ ອອກສູ່ໂລກພາຍນອກ ເລືອກເຟັ້ນບັນດາຕະຫຼາດຈຸດສຸມ ເພື່ອສ້າງເຄື່ອງໝາຍແຫ່ງຊາດ. ທາງທ້ອງຖິ່ນພວກຂ້າພະເຈົ້າສືບຕໍ່ສ້າງຜະລິດຕະພັນມີສີສັນສະເພາະ ປະກອບສ່ວນສ້າງແຜນທີ່ທ່ອງທ່ຽວ ຫວຽດນາມ ຫຼາກຫຼາຍສີສັນ”.

ປີ 2025 ເປັນຂີດໝາຍ ເມື່ອທີ່ຕັ້ງທ່ອງທ່ຽວ ຫວຽດນາມ ໄດ້ຮັບການຢັ້ງຢືນຢ່າງແຂງແຮງ ຜ່ານບັນດານາມມະຍົດສາກົນຄື ກຸ່ມອຽນຕື໋ - ຫວິງງຽມ - ໂກນເຊີນ -ກຽບບາກ ໄດ້ຮັບການຮັບຮອງຈາກ Unesco  ເປັນມໍລະດົກວັດທະນະທຳໂລກ; ງານບຸນພະແມ່ ຈົ໊ວສື໊ ເຂດພູຊາມ ແລະ ອາຊີບເຮັດພາບພື້ນເມືອງ ດົງໂຮ່ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ. ຮອງສາດສະດາຈານ ປອ ຫງວຽນທິທູເຟືອງ ຫົວໜ້າສະຖານບັນສິລະປະ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຖືວ່າ:

 “ສະຖານທີ່ທ່ອງທ່ຽວ ບໍ່ພຽງແຕ່ແມ່ນບ່ອນຢ້ຽມຊົມທັດສະນະສຶກສາເທົ່ານັ້ນຫາກຍັງຈະກາຍເປັນເຂດທ່ອງທ່ຽວທີ່ພວກເຮົາຮ່ວມຊີວິດ ຮ່ວມຄົ້ນຫາ ແລະ ຊ່ວຍໃຫ້ຊຸມຊົນຫາເງິນລ້ຽງຊີບ. ການທ່ອງທ່ຽວອີງໃສ່ອຸດສາຫະກຳວັດທະນະທຳຈະປະກອບສ່ວນທັງອະນຸລັກມໍລະດົກ ທັງຍົກສູງຄຸນນະພາບການດຳລົງຊີວິດຢູ່ຕາມສະຖານທີ່ທ່ອງທ່ຽວ ແລະ ຊຸກຍູ້ເສດຖະກິດສ້າງວຽກເຮັດງານທຳ ປັບປຸງສາຍພົວພັນລະຫວ່າງວົງຄະນາຍາດທ້ອງຖິ່ນກັບການພັດທະນາແບບຍືນຍົງ”.

 ຈາກນະຄອນ ເຫວ້,  ນິ່ງບິ່ງ ຕະຫຼອດຮອດອຽນຕື໋ ແຂວງ ກວ໋າງນິງ ຈາກບັນດາຕົວເລກທີ່ໜ້າປະທັບໃຈຕະຫຼອດຮອດບັນດາເລື່ອງລາວວັດທະນະທຳຖືກສ້າງໃໝ່, ຂະແໜງທ່ອງທ່ຽວ ຫວຽດນາມ ປີ 2025 ໄດ້ສະແດງໃຫ້ເຫັນໂສມໜ້າທີ່ໝັ້ນໃຈ ກຽມພ້ອມກ້າວເຂົ້າສູ່ 2026 ດ້ວຍແງ່ຫວັງດີຫຼາຍຢ່າງ.  


top