ຂ່າວສານ

ຫວຽດນາມ ລົງ​ທຶນໃສ່​ຂົງ​ເຂດພະລັງງານ ແລະ ຂຸດຄົ້ນບໍ່ແຮ່ ຢູ່ແຂວງອັດຕະປືຂອງລາວລົງທຶນຫຼາຍກວ່າ 815 ລ້ານ USD

ໜັງສືພິມ ວຽງຈັນທາມ ສະບັບອອກ ວັນທີ 9 ມິຖຸນາ ໃຫ້ຮູ້ວ່າຫວຽດນາມ ໄດ້ລົງທຶນ ເຂົ້າໃນຂົງເຂດກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ແລະ ຂຸດຄົ້ນບໍ່ແຮ່ ຢູ່ແຂວງ ອັດຕະປື ພາກໃຕ້ ຂອງລາວຫຼາຍກວ່າ 815 ລ້ານ USD.
  ເຂື່ອນໄຟຟ້າ ໄຊຍະບູລີ ຂອງລາວ ຢູ່ແມ່ນ້ຳຂອງ (ພາບ: Asianews)  

ທ່ານ ວິທະຍາ ພົມມະຈັນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນຈໍານວນກວ່າ 800 ລ້ານ USD, ມີ 30,8 ລ້ານ USD ລົງທຶນໃສ່ສະຖານີສົ່ງໄຟຟ້າ, 691 ລ້ານ USD ລົງທຶນໃສ່ຂົງເຂດພະລັງງານ ແລະ 93,3 ລ້ານ USD ລົງທຶນໃສ່ຂະແໜງຂຸດຄົ້ນບໍ່ແຮ່.

ຕາມທ່ານ ວິທະຍາ ພົມມະຈັນ ແລ້ວ, ບັນດາປ້ວງເງິນລົງທຶນໃສ່ພະລັງງານແມ່ນນຳໃຊ້ເຂົ້າໃນການພັດທະນາບັນດາເຂື່ອນໄຟຟ້ານ້ຳຕົກເຊກະໝານ 1, ເຂື່ອນໄຟຟ້ານ້ຳຕົກນ້ຳຕົກເຊກະໝານສານໄຊ, ເຂື່ອນໄຟຟ້ານ້ຳຕົກເຊກອງ ລຸ່ມ A ແລະ ເຂື່ອນໄຟຟ້ານ້ຳຕົກເຊກອງ ລຸ່ມ B ເຂື່ອນທັງໝົດແມ່ນຄາດວ່າໃຫ້ສຳເລັດໃນປີ 2025.

ຕາມໜັງສືພິມວຽງຈັນທາມແລ້ວ, ປະຈຸບັນ, ບັນດາບໍລິສັດຫວຽດນາມ ມີ 417 ໂຄງການລົງທຶນຢູ່ລາວ ດ້ວຍຍອດມູນຄ່າ 4,3 ຕື້ USD, ຫວຽດນາມ ຢືນອັນດັບ 3 ໃນຈຳນວນ 54 ປະເທດ ແລະ ເຂດແຄ້ວນລົງທຶນຢູ່ລາວ.


top