ຂ່າວສານ

ຫວຽດນາມ ລົງທຶນອອກສູ່ຕ່າງປະເທດກ່ວາ 432 ລ້ານ USD

      ຕາມຂໍ້ມູນຂອງກົມໃຫຍ່ສະຖິຕິແລ້ວ, ປີ 2018, ຫວຽດນາມ ມີ 149 ໂຄງການລົງທຶນອອກສູ່ຕ່າງປະເທດ ແລະ 35 ໂຄງການເພີ່ມເງິນລົງທຶນ ດ້ວຍຍອດເງິນລົງທຶນບັນລຸກ່ວາ 432 ລ້ານ USD.
ໃນຍອດຈຳນວນເງິນລົງທຶນອອກສູ່ຕ່າງປະເທດຂອງ ຫວຽດນາມ, ຂົງເຂດການເງິນ, ທະນາຄານບັນລຸ 105,8 ລ້ານ USD, ກວມເອົາ 24,5% ຂອງຍອດເງິນລົງທຶນທັງໝົດ; ຖັດມາແມ່ນບັນດາຂົງເຂດຂາຍຍົກ ແລະ ຂາຍຍ່ອຍ; ສ້ອມແປງລົດໂອໂຕ, ລົດຈັດ ແລະ ລົດມີເຄື່ອງຈັກ; ຂົງເຂດກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ; ຂົງເຂດອຸດສາຫະກຳປຸງແຕ່ງ, ແປຮູບ.
        ໃນປີ 2018 ມີ 38 ປະເທດ ແລະ ເຂດແຄ້ວນໄດ້ຮັບການລົງທຶນຈາກ ຫວຽດນາມ, ໃນນັ້ນ ລາວ ເປັນປະເທດໄດ້ຮັບການລົງທຶນຫລາຍທີ່ສຸດ, ຖັດມາແມ່ນ ອົດສະຕາລີ, ອາເມລິກາ.
 (ແຫຼ່ງຄັດຈາກ VOV)
 


top