ຂ່າວສານ

ຫວຽດນາມ-ລາວເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

      ທ່ານນາຍົກລັດຖະມົນຕີທອງລຸນສີສຸລິດແລະທ່ານລັດຖະມົນຕີຈັນສະໝອນຈັນຍາລາດສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນ, ຄົ້ນຄວ້າຊອກຫາຂົງເຂດການຮ່ວມມືໃຫມ່ເພື່ອເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດນັບມື້ນັບເຂົ້າສູ່ລວງເລິກແລະມີປະສິດທິຜົນ.

ກອງປະຊຸມລະຫວ່າງກະຊວງປ້ອງກັນປະເທດສອງປະເທດຫວຽດນາມ-ລາວ
      ໂດຍຕອບຮັບຄຳເຊີນຂອງທ່ານພົນຕີອ່ອນສີແສນສຸກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ, ວັນທີ 25 ກໍລະກົດທີ່ນະຄອນຫຼວງວຽງຈັນ, ສປປລາວ, ທ່ານພົນໂທຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມໄດ້ນຳພາຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມເດີນທາງໄປແລກປ່ຽນນະໂຍບາຍປ້ອງກັນປະເທດຄັ້ງທີ 1  ກັບກະຊວງປ້ອງກັນປະເທດລາວ.
            ຕອນບ່າຍວັນທີ 25 ກໍລະກົດ, ທ່ານພົນໂທຫງວຽນຈີ໊ວິ້ງໄດ້ເຂົ້າຢ້ຽມຄຳນັບທ່ານທອງລຸນສີສຸລິດນາຍົກລັດຖະມົນຕີລາວແລະທ່ານພົນເອກ ຈັນສະໝອນ ຈັນຍາລາດລັດຖະມົນຕີ ກະຊວງປ້ອງກັນປະເທດລາວ. ທີ່ການຕ້ອນຮັບ, ບັນດາການນຳລາວໄດ້ເນັ້ນໜັກວ່າ: ການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄ້ຳທີ່ສຳຄັນຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບແລະປະຊາຊົນສອງປະເທດ.
            ທ່ານນາຍົກລັດຖະມົນຕີທອງລຸນສີສຸລິດແລະທ່ານລັດຖະມົນຕີຈັນສະໝອນຈັນຍາລາດສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນ, ຄົ້ນຄວ້າຊອກຫາຂົງເຂດການຮ່ວມມືໃຫມ່ເພື່ອເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດນັບມື້ນັບເຂົ້າສູ່ລວງເລິກແລະມີປະສິດທິຜົນ.
            ທ່ານພົນໂທຫງວຽນຈີ໊ວິ້ງກໍ່ໄດ້ເນັ້ນໜັກວ່າ: ກະຊວງປ້ອງກັນປະເທດຫວຽດນາມຍາມໃດກໍ່ມີການຊາບຊຶມຢ່າງເລິກເຊິ່ງຕໍ່ບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງແລະຄວາມໝາຍຂອງການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ; ສະເໜີໃຫ້ລັດຖະບານ, ກະຊວງປ້ອງກັນປະເທດລາວສືບຕໍ່ເອົາໃຈໃສ່ຊີ້ນຳບັນດາອົງການ, ກົມກອງກອງທັບໃນການຜັນຂະຫຍາຍເນື້ອໃນຂອງອະນຸສັນຍາ, ແຜນການຮ່ວມມືປະຈຳປີແລະບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງແລະກະຊວງປ້ອງກັນປະເທດສອງປະເທດໃຫ້ມີປະສິດທິຜົນ.
            ກ່ອນນີ້, ຢູ່ສຳນັກງານກະຊວງປ້ອງກັນປະເທດລາວໄດ້ດຳເນີນການແລກປ່ຽນນະໂຍບາຍປ້ອງກັນປະເທດຫວຽດນາມ-ລາວ ຄັ້ງທີ 1ໂດຍທ່ານພົນໂທຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມແລະທ່ານພົນຕີອ່ອນສີແສນສຸກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ຮ່ວມກັນເປັນປະທານ.
 (ແຫຼ່ງຄັດຈາກ VOV)


top