ຂ່າວສານ

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດໂຄສະນາສຶກສາ

2 ຝ່າຍໄດ້ເປັນເອກະພາບຈະສົມທົບກັນແປ່ເອກະສານ, ສື່ສິ່ງພິມຈຳນວນໜຶ່ງເພື່ອເປັນເອກະສານໂຄສະນາ; ຮ່ວມມືສ້າງບັນດາຜະລິດຕະພັນຖະແຫຼງຂ່າວ, ໂຄສະນາຢູ່ ຫວຽດນາມ ແລະ ລາວ
  (ທີ່ການເຈລະຈາລະຫວ່າງ 2 ຝ່າຍ)  

 ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ຕອນເຊົ້າວັນທີ 25 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ຄະນະຜູ້ແທນຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ໂດຍທ່ານ ຫງວຽນຈ້ອງເງັ້ຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກນຳໜ້າ, ໄດ້ດຳເນີນການເຈລະຈາກັບຄະນະຜູ້ແທນຂັ້ນສູງຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ ລາວ ໂດຍທ່ານ ຄຳພັນ ເຜີຍຍະວົງ ເປັນຫົວໜ້າຄະນະ. 2 ຝ່າຍໄດ້ເປັນເອກະພາບຈະສົມທົບກັນແປ່ເອກະສານ, ສື່ສິ່ງພິມຈຳນວນໜຶ່ງເພື່ອເປັນເອກະສານໂຄສະນາ; ຮ່ວມມືສ້າງບັນດາຜະລິດຕະພັນຖະແຫຼງຂ່າວ, ໂຄສະນາຢູ່ ຫວຽດນາມ ແລະ ລາວ; ສືບຕໍ່ສົມທົບກັນ, ເພີ່ມທະວີການແລກປ່ຽນບົດຮຽນ ແລະ ການຮ່ວມມືກ່ຽວກັບວຽກໂຄສະນາສຶກສາ…

ສິ້ນສຸດການເຈລະຈາ, 2 ຝ່າຍໄດ້ລົງນາມໃນຂໍຕົກລົງຮ່ວມມືລະຫວ່າງ 2 ຝ່າຍ ໄລຍະ 2022 – 2026.


top