ຂ່າວສານ

ຫວຽດນາມ, ລາວ ເພີ່ມທະວີການຮ່ວມມືຍົກສູງຄຸນນະພາບໃນການບຳລຸງສ້າງ

      ຕອນເຊົ້າວັນທີ 29 ພຶດສະພາ, ຢູ່ມະຫາວິທະຍາໄລ ແຫ່ງຊາດລາວ ທີ່ນະຄອນຫຼວງ ວຽງຈັນ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໄດ້ສົມທົບກັບກະຊວງສຶກສາທິການ ແລະ ກິລາ ລາວຈັດຕັ້ງ “ເວທີປາໄສຍົກສູງຄຸນນະພາບການບຳລຸງສ້າງ ລະຫວ່າງ ຫວຽດນາມ - ລາວ”


ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະບຳລຸງສ້າງ ຫວຽດນາມ ຫງວຽນວັນຟຸກ  (ພາບ:ຊວນຕູ/ TTXVN) 
      ກ່າວຄຳເຫັນທີ່ ເວທີປາໄສ, ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະບຳລຸງສ້າງ ຫວຽດນາມ ຫງວຽນວັນຟຸກ ເນັ້ນໜັກວ່າ: ເວທີປາໄສຍົກສູງຄຸນນະພາບໃນການບຳລຸງສ້າງ ລະຫວ່າງ ຫວຽດນາມ - ລາວຈະປະກອບສ່ວນຊຸກຍູ້ ແລະ ພັດທະນາການພົວພັນຮ່ວມມືດ້ານການສຶກສາ, ບຳລຸງສ້າງລະຫວ່າງ ສອງປະເທດ ຫວຽດນາມ - ລາວ, ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ, ການຄ້າ, ການບໍລິການ ແລະ ວິທະຍາສາດເຕັກນິກໃຫ້ແກ່ທັງສອງປະເທດ ຫວຽດນາມ - ລາວໃນໄລຍະຈະມາເຖິງ.
        ສ່ວນທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງກະຊວງສຶກສາທິການ ແລະກິລາ ລາວ ໃຫ້ຮູ້ວ່າ ຝ່າຍລາວຈະເພີ່ມທະວີການສອນພາສາຫວຽດນາມໃຫ້ແກ່ນັກສຶກສາລາວກ່ອນທີ່ຈະໄປຮຽນຢູ່ ຫວຽດນາມ ໃຫ້ຫຼາຍກ່ວາອີກ, ປະກອບສ່ວນຍົກສູງຄຸນນະພາບການບຳລຸງສ້າງ, ນຳການຮ່ວມມືດ້ານການສຶກສາລະຫວ່າງ ຫວຽດນາມ - ລາວ ນັບມື້ນັບມີປະສິດທິຜົນ ແລະ ແທດຈິງກ່ວາອີກ. ນອກຈາກນັ້ນ, ລາວຈະສົມທົບຢ່າງແໜ້ນແຟ້ນກັບຝ່າຍ ຫວຽດນາມ ກ່ວາອີກເພື່ອເພີ່ມທະວີບັນດາວິທີການຄຸ້ມຄອງນັກສຶກສາລາວ ຢູ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)
 


top