ຂ່າວສານ

ຫວຽດນາມ -ລາວ ເພີ່ມທະວີການຮ່ວມມືກ່ຽວກັບສາທາລະນະສຸກ

      ຕອນບ່າຍວັນທີ 26 ມິຖຸນາ, ຢູ່ຮ່າໂນ້ຍ, ເມື່ອຕ້ອນຮັບທ່ານ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ໄດ້ຕີລາຄາສູງການຢ້ຽມຢາມ ແລະ ໝາກຜົນຂອງການເຈລະຈາລະຫວ່າງລັດຖະມົນຕີກະຊວງສາທາລະນະສຸກ 2 ປະເທດ. 
ການຕ້ອນຮັບຄະນະໃນຕອນບ່າຍວັນທີ 26 ມິຖຸນາ
      ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ສະເໜີໃຫ້ກະຊວງສາທາລະນະສຸກ  2 ປະເທດສືບຕໍ່ເອົາໃຈໃສ່, ຊີ້ນຳບັນດາຫົວໜ່ວຍກ່ຽວຂ້ອງໜູນຊ່ວຍຕາມສິດອຳນາດ ໃນວິວັດການກໍ່ສ້າງ ແລະ ນຳເຂົ້າເຄື່ອນໄຫວໂຮງໝໍມິດຕະພາບ ຫວຽດນາມ - ລາວ 2 ແຫ່ງຢູ່ແຂວງ ຫົວພັນ ແລະ ຊຽງຂວາງ (ປະເທດລາວ), ຮັບປະກັນປະສິດທິຜົນສູງສຸດ.
        ທ່ານລັດຖະມົນຕີ ບຸນກອງ ສີຫາວົງ ແຈ້ງໃຫ້ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ຮັບຊາບບັນດາບັນຫາທີ່ການນຳກະຊວງສາທາລະນະສຸກ 2 ປະເທດປຶກສາຫາລື ເພື່ອແນໃສ່ຍູ້ແຮງການຮ່ວມມືທາງດ້ານສາທາລະນະສຸກລະຫວ່າງ 2 ປະເທດ. ຕາມນັ້ນແລ້ວ, ຂະແໜງສາທາລະນະສຸກ 2 ປະເທດສຸມໃສ່ຮ່ວມມືໃນບາງຂົງເຂດຕົ້ນຕໍຄື: ວຽກງານກວດ, ປິ່ນປົວພະຍາດ, ບຳລຸງສ້າງ, ລົງທຶນຜະລິດຢາປົວພະຍາດ. ທ່ານລັດຖະມົນຕີ ບຸນກອງ ສີຫາວົງ ຫວັງວ່າ ຫວຽດນາມ ສືບຕໍ່ໜູນຊ່ວຍບຳລຸງສ້າງໃຫ້ແກ່ພະນັກງານການແພດຂອງລາວ.
 (ແຫຼ່ງຄັດຈາກ VOV)

top