ຂ່າວສານ

ຫວຽດນາມ - ລາວ ນຳຄູ່ດ່ານຊາຍແດນສາກົນ ນາມຢາງ ແລະ ດັກຕາອ໋ອກ ເຂົ້າເຄື່ອນໄຫວ

      -   ວັນທີ 14 ສິງຫາ, ຢູ່ເຂດເສດຖະກິດດ່ານຊາຍແດນ ນາມຢາງ, ຄະນະກຳມະການປະຊາຊົນແຂວງ ກວ໋າງນາມ ໄດ້ຈັດຕັ້ງພິທີເປີດສະຫຼອງຄູ່ດ່ານຊາຍແດນສາກົນ ນາມຢາງ (ກວ໋າງນາມ) ແລະ ດັກຕາອ໋ອກ (ເຊກອງ, ລາວ).
ພິທີເປີດສະຫຼອງຄູ່ດ່ານຊາຍແດນສາກົນ ນາມຢາງ (ກວ໋າງນາມ) ແລະ ດັກຕາອ໋ອກ (ເຊກອງ, ລາວ) (ພາບ: VGP)
      ການນຳຄູ່ຊາຍແດນດັ່ງກ່າວເຂົ້າເຄື່ອນໄຫວ ຈະຊ່ວຍຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການນຳເຂົ້າ - ສົ່ງອອກສິນຄ້າລະຫວ່າງສອງປະເທດ, ເປີດໂອກາດຮ່ວມມືໃໝ່ກ່ຽວກັບດ້ານເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວລະຫວ່າງເຂດເສດຖະກິດຈຸດສຸມທາງພາກກາງ ຫວຽດນາມ ກັບບັນດາແຂວງ ພາກກາງ - ພາກໃຕ້ຂອງ ລາວ ແລະ ເຊື່ອມຕໍ່ກັບເຂດທາງທິດຕາເວັນອອກ ພາກໃຕ້ຂອງໄທ. ດ່ານຊາຍແດນດັ່ງກ່າວ ກໍປະກອບສ່ວນເຂົ້າໃນການດຶງດູດນັກລົງທຶນສາກົນເຂົ້າມາລົງທຶນໃນຂົງເຂດ, ຊ່ວຍພັດທະນາແລວເສດຖະກິດ ຕາເວັນອອກ - ຕາເວັນຕົກ, ຊຸກຍູ້ວິວັດທະນາການເຊື່ອມຕໍ່ ແລະ ສ້າງຕັ້ງປະຊາຄົມ ອາຊຽນ.
        ທີ່ພິທີເປີດສະຫຼອງ, ການນຳແຂວງ ກວ໋າງນາມ ໄດ້ມອບເຂົ້າສານຈຳນວນ 100 ໂຕນ ເຊິ່ງເປັນຂອງຂວັນຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ປະຊາຊົນບ້ານຕ່າງໆຢູ່ເຂດຊາຍແດນແຂວງ ເຊກອງ. /.
(ແຫຼ່ງຄັດຈາກ VOV)


top