ເຫດການ ແລະ ບັນຫາ

ຫວຽດນາມ - ລາວ ຄຽງບ່່າຄຽງໄຫຼ່ ພ້ອມກັນພັດທະນາ

ການຢ້ຽມຢາມ ປະເທດ ສສ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງ ລັດຖະບານ ແຫ່ງປະເທດ ສປປ ລາວ ໂດຍທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນເປັນຜູ້ນຳໜ້າ ໄດ້ຮັບການດຳເນີນໄປ ໃນສະພາບການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ ກຳລັງໄດ້ຮັບການປັບປຸງ ແລະ ນັບມື້ນັບເຂົ້າສູ່ ລວງເລິກໃນທຸກຂົງເຂດ. 
ໂດຍຕອບສະໜອງຕາມຄຳເຊີນ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ, ຄະນະຜູ້ແທນຂັ້ນສູງລັດຖະບານ ລາວ ນຳໂດຍທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 8-10 ມັງກອນ 2022. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໃນຖານະຕຳແໜ່ງໃໝ່, ທັງເປັນການຢ້ຽມຢາມ ຄັ້ງທຳອິດ ຂອງການນຳຂັ້ນສູງຕ່າງປະເທດທີ່ມາ ຫວຽດນາມ ໃນປີ 2022.

ການພົວພັນລະຫວ່າງ ຫວຽດນາມ ແລະ ລາວ ໄດ້ກາຍເປັນສາຍພົວພັນມິດຕະພາບ ທີ່ຫາຍາກ ກັບ ຄວາມສາມັກຄີ, ສັດຊື່ບໍລິສຸດ ລະຫວ່າງ ສອງພັກ, ລັດ ແລະ ປະຊາຊົນ ສອງປະເທດ. ໃນປີ 2021, ສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ພວມຜັນແປໄປ ຢ່າງສັບສົນຫຼາຍຢ່າງ ໄດ້ເຮັດໃຫ້ສອງປະເທດເຄັ່ງຕຶງເພື່ອຮັບມື. ເຖິງຢ່າງໃດກໍຕາມ, ຄວາມຫຍຸ້ງຍາກ ຈາກການແຜ່ລະບາດ ຂອງພະຍາດດັ່ງກ່າວ ໄດ້ຢືນຢັນອີກເທື່ອໜຶ່ງ ເຖິງຄວາມສາມັກຄີແບບພິເສດ ແລະ ສະເໝີຕົ້ນສະເໝີປາຍ ຂອງສອງປະເທດທີ່ມີຕໍ່ກັນ. ສອງປະເທດ ຮັກສາການພົວພັນ ອັນດີງາມ ໃນຫຼາຍຂົງເຂດ. ກ່ຽວກັບ ການພົວພັນດ້ານການເມືອງ ແລະ ການທູດ, ໃນສະພາບການແຜ່ລະບາດ ຂອງ ພະຍາດໂຄວິດ-19, ສອງ ປະເທດຍັງຄົງຮັກສາໄດ້ທ່າແຮງ ແລະ ພັດທະນາການພົວພັນໃນຫຼາຍຂົງເຂດ.

 

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ກວດກອງກຽດຕິຍົດ ກອງທັບປະຊາຊົນຫວຽດນາມ. ພາບ: ເຢືອງຢາງ/VNA


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ພ້ອມດ້ວຍບັນດາຫຼານ ນ້ອຍເຍົາວະຊົນ ນະຄອນຫຼວງ ຮ່າໂນ້ຍ. ພາບ: ເຢືອງຢາງ/VNA


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ຖ່າຍຮູບຮ່ວມກັນ. ພາບ: ເຢືອງຢາງ/VNA


ການພົບປະເຈລະຈາ ລະຫວ່າງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ. ພາບ: ເຢືອງຢາງ/VNA


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ດຳເນີນ ພິທີເປີດປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ 2022. ພາບ: ເຢືອງຢາງ/VNA


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ແລະ ຜູ້ຕາງໜ້າຂອງສອງປະເທດ ເຂົ້າຮ່ວມ ພິທີເປີດປີມິດຕະພາບ
ຫວຽດນາມ - ລາວ, ລາວ - ຫວຽດນາມ 2022. ພາບ: ເຢືອງຢາງ/VNA



ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພັນຄຳ ວິພາວັນ ເປັນປະທານຮ່ວມ ໃນກອງປະຊຸມຄັ້ງທີ 44
ຂອງຄະນະກຳມະການ ລະຫວ່າງ ລັດຖະບານຫວຽດນາມ - ລາວ. ພາບ: ເຢືອງຢາງ/VNA 


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ໄດ້ເປັນສັກຂີພິຍານ ໃນພິທີລົງນາມ
ໃນບັນດາເອກະສານວ່າດ້ວຍການຮ່ວມມື ລະຫວ່າງກະຊວງຕຳຫຼວດ ສອງປະເທດ. ພາບ: ເຢືອງຢາງ/VNA



ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ໄດ້ເປັນສັກຂີພິຍານ ໃນພິທີລົງນາມ
ໃນບັນດາເອກະສານວ່າດ້ວຍການຮ່ວມມື ລະຫວ່າງ ກະຊວງການເງິນ ຂອງສອງປະເທດ. ພາບ: ເຢືອງຢາງ/VNA



ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ໄດ້ເປັນສັກຂີພິຍານ ໃນພິທີລົງນາມ
ໃນເອກະສານວ່າດ້ວຍການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ຂອງສອງປະເທດ. ພາບ: ເຢືອງຢາງ/VNA



ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານວ່າດ້ວຍການຮ່ວມມື
ລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ຂອງສອງປະເທດ. ພາບ: ເຢືອງຢາງ/VNA



ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານວ່າດ້ວຍການຮ່ວມມື
ລະຫວ່າງກະຊວງສຶກສາ ແລະ ບຳລຸງສ້າງ ຂອງສອງປະເທດ. ພາບ: ເຢືອງຢາງ/VNA

ທີ່ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ເປັນເອກະສັນກັນ ສືບຕໍ່ ປະສານສົມທົບ ຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນ ອາຊຽນ, ສະຫະປະຊາຊາດ ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ; ສົມທົບ ກັບບັນດາປະເທດ ອາຊຽນ ສະໜັບສະໜູນ ກຳປູເຈຍ ດຳເນີນຕຳແໜ່ງ ເປັນປະທານ ອາຊຽນ 2022 ຢ່າງສຳເລັດຜົນ, ພະຍາຍາມຮັກສາ ຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມ ແລະ ບົດບາດໃຈກາງ ຂອງ ອາຊຽນ, ສ້າງປະຊາຄົມ ອາຊຽນ ຢ່າງສຳເລັດຜົນ; ສອງຝ່າຍກໍ່ເຫັນດີເປັນເອກະພາບກັນ ສືບຕໍ່ ປະສານສົມທົບ ຮັກສາຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບ ບັນດາບັນຫາຍຸດທະສາດ ທີ່ກ່ຽວຂ້ອງເຖິງສັນຕິພາບ ແລະ ສະຖຽນລະພາບ ຂອງພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ.
 
ການຮ່ວມມື ໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດເຊື້ອພະຍາດ ໂຄວິດ-19 ລະຫວ່າງສອງປະເທດ ກໍໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ໜູນຊ່ວຍພັກ, ລັດ ແລະ ປະຊາຊົນ ລາວ ຮັບມືກັບໂລກລະບາດໂຄວິດ-19 ສອງຄັ້ງຄື: ຄັ້ງທຳອິດແມ່ນ 500.000 ໂດລາສະຫະລັດ ແລະ ອຸປະກອນດ້ານ ສາທາລະນະສຸກ ລວມມູນຄ່າ 2 ລ້ານໂດລາສະຫະລັດ (ວັນທີ 4 ພຶດສະພາ 2021), ໄດ້ສົ່ງຄະນະແພດໝໍ ແລະ ທີມຊ່ຽວຊານ ຈາກວິທະຍາຄານ ການແພດທະຫານ ຫວຽດນາມ ໄປຍັງລາວ ເພື່ອການຊ່ວຍເຫຼືອ ລາວຕ້ານການແຜ່ລະບາດ (10-24 ພຶດສະພາ 2021 ແລະ 3-20 ພຶດສະພາ 2021); ຄັ້ງທີ 2 ແມ່ນ 2.150.000 ໂດລາສະຫະລັດ ພ້ອມກັບ ແລະ ອຸປະກອນການແພດຈຳນວນໜຶ່ງ ລວມມູນຄ່າປະມານ 120.000 ໂດລາສະຫະລັດ (ວັນທີ 25 ຕຸລາ 2021).

ນອກຈາກນັ້ນ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນຈຳນວນໜຶ່ງຂອງ ຫວຽດນາມ ຍັງໄດ້ໜູນຊ່ວຍ ບັນດາຄູ່ຮ່ວມມື ຂອງ ລາວໃນການປ້ອງກັນ ແລະ ຕ້ານພະຍາດລະບາດ. ເພື່ອຕອບສະໜອງບັນດາການກະທຳອັນສູງສົ່ງນັ້ນ, ພັກ, ລັດ ແລະ ປະຊາຊົນລາວ ໄດ້ໜູນຊ່ວຍ 300.000 ໂດລາສະຫະລັດ ເພື່ອໜູນຊ່ວຍ ຫວຽດນາມ ຕ້ານໂລກລະບາດ. ມີອົງການ, ຫົວໜ່ວຍ, ວິສາຫະກິດຈຳນວນໜຶ່ງຂອງ ລາວ ກໍໄດ້ໜູນຊ່ວຍປະມານ 1,4 ລ້ານໂດລາ ເພື່ອຊ່ວຍເຫຼືອບັນດາທ້ອງຖິ່ນຂອງ ຫວຽດນາມ ຕ້ານການແຜ່ລະບາດອີກດ້ວຍ.

ການຮ່ວມມືດ້ານປ້ອງກັນຄວາມສະຫງົບ ຂອງສອງປະເທດ ສືບຕໍ່ໄດ້ຮັບການເພີ່ມທະວີການຮ່ວມມື. ສອງຝ່າຍສືບຕໍ່ ປະສານສົມທົບ ຮັບປະກັນ ຄວາມປອດໄພ, ຮັກສາເສັ້ນຊາຍແດນສັນຕິພາບ, ມິດຕະພາບ; ຈັດຕັ້ງ ກອງປະຊຸມ ປ້ອງກັນປະເທດຊາຍແດນ ຫວຽດນາມ - ລາວ ຄັ້ງທຳອິດ (12 ທັນວາ 2021); ເພີ່ມທະວີ ການຄວບຄຸມ ເຂດຊາຍແດນ, ສະກັດກັ້ນ ການລັກລອບເຂົ້າອອກ ຢ່າງຜິດກົດໝາຍ ເພື່ອຈຳກັດ ການແຜ່ລະບາດ ຂອງ ພະຍາດໂຄວິດ-19; ສົມທົບກັນຊອກຫາ, ເຕົ້າໂຮມ ແລະ ສົ່ງຄືນອັດຖິກະດູກ ຂອງບັນດານັກຮົບອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ ລາວໃນຊ່ວງສົງຄາມ.





ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ນຳຄະນະຜູ້ແທນຂັ້ນສູງ ລັດຖະບານ ແຫ່ງ ສປປ ລາວ ໄປວາງພວງມາລາ ແລະ ຢ້ຽມຢາມສຸສານ ເພື່ອລະນຶກເຖິງປະທານ ໂຮ່ຈີມິນ. ພາບ: ວັນດຽບ/VNA


ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ລັດຖະບານ ແຫ່ງ ສປປ ລາວ ໄປວາງພວງມາລາ
ທີ່ອະນຸສາວະລີ ວິລະຊົນ ແລະ ຜູ້ເສຍສະຫຼະຊີວິດເພື່ອຊາດ (ຖະໜົນ ບັກເຊີນ, ຮ່າໂນ້ຍ). ພາບ: ວັນດຽບ/VNA

 

ສະຫາຍເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບ ສະຫາຍ ພັນຄຳ ວິພາວັນ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ຢ້ຽມຢາມ ປະເທດ ຫວຽດນາມ ຢ່າງເປັນທາງການ. ພາບ: ຈີ໋ຢຸ໊ງ/VNA



ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ແລະ ບັນດາຜູ້ແທນໄດ້ຖ່າຍຮູບຮ່ວມກັນ. ພາບ: ຈີ໋ຢຸ໊ງ/VNA


ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ພາບ: ຖົ໋ງເຍິດ/VNA
 

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການພົບປະແລກປ່ຽນຄຳຄິດຄຳເຫັນ ກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ
ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາບ: ຢ໊ວານເຕິ໋ນ/VNA



ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການພົບປະເຈລະຈາ ກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ທີ່ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາບ: ຢ໊ວານເຕິ໋ນ/VNA

ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງແລະ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ເປັນປະທານຮ່ວມພິທີເປີດປີສາມັກຄີ 2022 ຫວຽດນາມ - ລາວ, ລາວ - ຫວຽດນາມ ແລະ ກອງປະຊຸມຄັ້ງທີ 44 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ.
ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ສອງປະເທດ ໄດ້ຮັກສາ ຈັງຫວະການເຕີບໂຕທີ່ດີ ໃນສະພາບການແຜ່ລະບາດ. ວົງເງິນການຄ້າສອງສົ້ນໃນ 11 ເດືອນຕົ້ນປີ 2021 ບັນລຸ 1,2 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 33,6%. ປະຈຸບັນ, ມີ 209 ໂຄງການລົງທຶນ ຈາກ ຫວຽດນາມ ມາ ລາວ ດ້ວຍຍອດມູນຄ່າທຶນຈົດທະບຽນ 5,16 ຕື້ ໂດລາສະຫະລັດ; ໃນນັ້ນ, ໃນປີ 2021 ມີ 3 ໂຄງການ ທີ່ໄດ້ຮັບອະນຸຍາດໃໝ່ ແລະ 2 ໂຄງການປັບປຸງເພີ່ມທຶນ ດ້ວຍຍອດມູນຄ່າທຶນຈົດທະບຽນ 47,84 ລ້ານ ໂດລາສະຫະລັດ.


ປີ 2022 ແມ່ນປີທີ່ມີຄວາມໝາຍສຳຄັນໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ລາວ ແລະ ລາວ - ຫວຽດນາມ. ການນຳສອງປະເທດ ໄດ້ເຫັນດີເປັນເອກະພາບກັນ ປະສານສົມທົບ ຈັດຕັ້ງ ປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ດ້ວຍຫຼາຍກິດຈະກຳ ເພື່ອສະເຫຼີມສະຫຼອງ ວັນບຸນສຳຄັນຕ່າງໆຂອງ ຫວຽດນາມ ແລະ ລາວ ເຊັ່ນ: ສະເຫຼີມສະຫຼອງຄົບຮອບ 60 ປີແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດ (5 ກັນຍາ 1962 - 5 ກັນຍາ 2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977 – 18 ກໍລະກົດ 2022) ແມ່ນໂອກາດທີ່ດີ ເພື່ອການສຶກສາອົບຮົມ ແລະ ເຜີຍແຜ່ໃຫ້ລຸ້ນໜຸ່ມຂອງສອງປະເທດມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບ ຄວາມຍິ່ງໃຫຍ່, ໃກ້ຊິດ ສະໜິດສະໜົມ ລະຫວ່າງ ສອງປະເທດ ແລະ ສືບຕໍ່ ຮັກສາຮັກສາ, ເພີ່ມພູນຄູນສ້າງສາຍພົວພັນ ນັບມື້ນັບ ເກີດດອກອອກຜົນ.


ເນື່ອງໃນໂອກາດປຸກລະດົມ ການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໃຫ້ຮູ້ວ່າ: ປີ 2022 ມີຄວາມໝາຍສຳຄັນພິເສດ ສຳລັບ ສອງປະເທດ ຫວຽດນາມ - ລາວ. ຕາມນັ້ນ, ສອງປະເທດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນ ທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ. ນີ້ແມ່ນບັນດາເຫດການ ທີ່ມີຄວາມໝາຍປະຫວັດສາດ, ເປັນຂີດໝາຍອັນຮຸ່ງເຮືອງເຫຼືອງເຫຼື້ອມ, ເພີ່ມທະວີຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ.

ບົດ: VNP ສັງລວມ - ພາບ: VNA

top