ຂ່າວສານ

ຫວຽດນາມ - ລາຊະອານາຈັກອັງກິດມີການຮ່ວມມືໃນຫຼາຍດ້ານ, ປະຕິບັດສັນຍາການຄ້າສອງຝ່າຍ

      ຕອນບ່າຍວັນທີ 30 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Dominic Raab ລັດຖະມົນຕີກະຊວງການຕ່າງປະເທດ ແລະ ພັດທະນາອັງກິດ ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ (29 – 30 ກັນຍາ 2020).

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານ Dominic Raab ລັດຖະມົນຕີກະຊວງການຕ່າງປະເທດ
ແລະ ພັດທະນາອັງກິດ (ພາບ:
TTXVN)
      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ສອງຝ່າຍສິ້ນສຸດການເຈລະຈາ, ລົງນາມ ແລະ ປະຕິບັດສັນຍາການຄ້າເສລີສອງຝ່າຍໂດຍໄວ, ເພື່ອກຳໄດ້ບັນດາກາລະໂອກາດໃນການຮ່ວມມື, ໜູນຊ່ວຍໃຫ້ແກ່ສອງປະເທດຟື້ນຟູການເຕີບໂຕພາຍຫຼັງໂລກລະບາດ Covid – 19. ຫວຽດນາມ ຍາມໃດກໍ່ ສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ ແລະ ວິສາຫະກິດອັງກິດ ເຂົ້າມາຫວຽດນາມເພື່ອເຊື່ອມຕໍ່ການຮ່ວມມື, ດຳເນີນທຸລະກິດ, ເສີມຂະຫຍາຍບັນດາທ່າແຮງຂອງອັງກິດ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາຂອງຫວຽດນາມ.
        ສ່ວນທ່ານ Dominic Raab ຢ້ັງຢືນວ່າ: ອັງກິດສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະ ອາຊຽນກ່ຽວກັບຄວາມຕ້ອງການ ມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ແກ້ໄຂບັນດາຂໍ້ຂັດແຍ່ງໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ພິເສດແມ່ນສັນຍາຂອງ ສປຊກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ຢູ່ພາກພື້ນ.
 (ແຫຼ່ງຄັດຈາກ VOV)

top