ຂ່າວສານ

ຫວຽດນາມ ຢືນອັນດັບທີ3ຢູ່ SeaGame 28

ທິມ Rowing ຫວຽດນາມ (ພາບປະກອບ)
          ດ້ວຍ​ຄາດໝາຍ​ໄດ້​ວາງ​ອອກ​ແມ່ນ​ຄວ້າ​ໄດ້ ຫຼຽນ​ຄຳ 70 ຫຼຽນ ​ແລະ ຢືນ​ໃນ Top 3 ຄະນະນັກ​ກິລາ​ໃນ​ທົ່ວ​ຄະນະ ກ່ອນ​ທີ່​ເຂົ້າ​ຮ່ວມ Sea Game 28 ​ຖືກ​ຈັດ​ຂຶ້ນຢູ່ປະ​ເທດ ສິງກະ​ໂປ, ວັນ​ທີ 14/6, ຄະນະ​ນັກ​ກິລາ​ ຫວຽດນາມ ​ໄດ້​​ແຂ່ງຂັນ​ຢ່າງສຳ​ເລັດ​ຜົນ ​ແລະ ລື່ນ​ກາຍ​ຄາດໝາຍ​ທີ່​ໄດ້​ວາງ​ອອກ ດ້ວຍ​ຫລຽນ​ຄຳ 73 ຫລຽນ. ​ໃນ​ການ​ແຂ່ງ​ຂັນ ​ເມື່ອ​ວັນ​ທີ 14/6, ຄະນະ​ນັກ​ກິລາ ຫວຽດນາມ ຄວ້າ​ໄດ້​ຫລຽນ​ຄຳ 8 ຫລຽນ​ ໃນບັນດາ​ປະ​ເພດ​ກິລາ​​ຄື: Rowing, pencak silat, ຍິງ​ທະນູ, ​ເທ​ຄວັນ​ໂດ. ຫວຽດນາມ ຢືນ​ອັນ​ດັບ​ທີ 3 ທົ່ວ​ຄະນະ ດ້ວຍຫລຽນ​ຄຳ 73 ຫລຽນ, ຮອງ​ລົງ​ມາ​ແມ່ນ ມາ​ເລ​ເຊຍ ​ຢືນ​ອັນ​ດັບ​ທີ 4 ດ້ວຍ​ຫລຽນ​ຄຳ 59 ຫລຽນ.
 (​ແຫຼ່ງຄັດ​ຈາກ VOV)

top