ຂ່າວສານ

ຫວຽດນາມ ຢືນອັນດັບທີ 3 ໃນຈຳນວນບັນດາຕະຫຼາດນຳເຂົ້າຂອງ ລາວ

ຫວຽດນາມ ຢືນອັນດັບທີ 3 ໃນຈຳນວນຕະຫຼາດສົ່ງອອກຂອງ ລາວ ດ້ວຍຍອດມູນຄ່າປະມານ 65 ລ້ານ USD.
(ພາບປະກອບ: TTXVN)

ຕາມຕົວເລກສະຖິຕິເຊິ່ງຫາກໍ່ໄດ້ປະກາດ, ຍອດວົງເງິນສົ່ງອອກ - ນຳເຂົ້າສິນຄ້າໃນເດືອນ ມັງກອນ 2023 ຂອງ ລາວ ບັນລຸປະມານ 935 ລ້ານ USD, ໃນນັ້ນການສົ່ງອອກບັນລຸປະມານ 461 ລ້ານ USD, ມູນຄ່ານຳເຂົ້າບັນລຸ 474 ລ້ານ USD.

ຫວຽດນາມ ຢືນອັນດັບທີ 3 ໃນຈຳນວນຕະຫຼາດສົ່ງອອກຂອງ ລາວ ດ້ວຍຍອດມູນຄ່າປະມານ 65 ລ້ານ USD. ຕະຫຼາດສົ່ງອອກໃຫຍ່ສຸດຂອງ ລາວ ແມ່ນ ຈີນ, ດ້ວຍຍອດມູນຄ່າປະມານ 156 ລ້ານ USD, ຢືນອັນດັບທີ 2 ແມ່ນ ໄທ, ປະມານ 128 ລ້ານ USD.

 ພ້ອມກັນນັ້ນ, ຫວຽດນາມ ກໍ່ຢືນອັນດັບທີ 3 ໃນຈຳນວນບັນດາປະເທດເຊິ່ງ ລາວ ນຳເຂົ້າສິນຄ້າຫຼາຍທີ່ສຸດດ້ວຍມູນຄ່າປະມານ 21 ລ້ານ USD. ໃນຂະນະນັ້ນ, ໄທ ແມ່ນປະເທດນຳເຂົ້າສິນຄ້າຈາກ ລາວ ຫຼາຍກວ່າໝູ່ ດ້ວຍຍອດມູນຄ່າປະມານ 225 ລ້ານ USD, ຢືນອັນດັບທີ 2 ແມ່ນ ຈີນ ດ້ວຍຍອດມູນຄ່າປະມານ 121 ລ້ານ USD.

 


top