ຂ່າວສານ

ຫວຽດນາມ ຢືນຢັນບົດບາດຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຢູ່ UNESCO

ຫວຽດນາມ ກຳນົດການສຶກສາແມ່ນຂໍ້ກຸນແຈເພື່ອປະຕິບັດຄວາມຄາດຫວັງພັດທະນາໃນສັງເກດໃໝ່ຂອງປະເທດຊາດ.  
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂງເລວັນ (ພາບ: UNESCO)
ຫວຽດນາມ ຢືນຢັນບົດບາດຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຢູ່ UNESCO. ນີ້ແມ່ນຄຳຢືນຢັນຂອງທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂງເລວັນ ທີ່ກອງປະຊຸມຄັ້ງທີ 221 ສະພາບໍລິຫານຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສະຫະປະຊາຊາດ (UNESCO) ຈັດຂຶ້ນຢູ່ ປາຣີ, ປະເທດ ຝລັ່ງ, ແຕ່ວັນທີ 07 – 14 ເມສາ, ດ້ວຍການເຂົ້າຮ່ວມຂອງ 58 ປະເທດສະມາຊິກ ແລະ ກວ່າ 100 ປະເທດສັງເກດການ. ທ່ານຮອງລັດຖະມົນຕີ ໂງເລວັນ ແບ່ງປັນວ່າ, ຫວຽດນາມ ກຳນົດການສຶກສາແມ່ນຂໍ້ກຸນແຈເພື່ອປະຕິບັດຄວາມຄາດຫວັງພັດທະນາໃນສັງເກດໃໝ່ຂອງປະເທດຊາດ. ທ່ານສະເໜີໃຫ້ UNESCO ສືບຕໍ່ເພີ່ມທະວີການໜູນຊ່ວຍບັນດາປະເທດສ້າງລະບົບການສຶກສາຢ່າງຮອບດ້ານ. ກ່ຽວກັບວັດທະນະທຳ, ທ່ານຮຽກຮ້ອງຊຸກຍູ້ການພັດທະນາບັນດາຂະແໜງອຸດສາຫະກຳປະດິດຄິດສ້າງ ແລະ ປົກປ້ອງວັດທະນະທຳເປັນຫຼາຍຮູບຫຼາຍແບບ. ໃນຂົງເຂດວິທະຍາສາດ, ຍູ້ແຮງການທູດວິທະຍາສາດ, ເພີ່ມທະວີການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ ແລະ ຄຸ້ມຄອງເຕັກໂນໂລຊີໃໝ່.

top