ອາຊຽນ

ຫວຽດນາມ ຢືນຢັນຖານະບົດບາດໃນປະຊາຄົມ ອາຊຽນ

ຫວຽດນາມ ໄດ້ຮັບຕຳແໜ່ງທີ່ເປັນປະທານປະຊາຄົມບັນດາປະເທດ ອາຊາຕາເວັນອອກສ່ຽງໃຕ້ (ASEAN) ປີ 2020 ຢ່າງເປັນທາງການໃນວັນທີ 4 ພະຈິກ ພາຍຫຼັງພິທີ ອັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ເຊິ່ງໄດ້ຈັດຂຶ້ນ ຢູ່ປະເທດ ໄທ.​ ຫວຽດນາມ ພ້ອມແລ້ວ ເພື່ອສືບຕໍ່ຢືນຢັນ ບົດບາດ ແລະ ຄວາມຮັບຜິດຊອບ ຂອງຕົນໃນປະຊາຄົມ ອາຊຽນ, ຮັກສາການພັດທະນາຂອງ ອາຊຽນ ໃນຊີວິດ ການເປັນຢູ່ດ້ານການເມືອງໂລກ, ຕອບສະໜອງ ໄດ້ຄວາມ ຄອງຄອຍ ແລະ ໄວ້ວາງໃຈຂອງບັນດາປະເທດ ສະມາຊິກ ຂອງ ອາຊຽນ ແລະ ຄູ່ຮ່ວມມື, ນຳມາຜົນປະໂຫຍດ ອັນເປັນຈິງ ໃຫ້ແກ່ປະຊາຊົນກວ່າ 630 ລ້ານຄົນໃນພາກພື້ນ.
ຫວຽດນາມ ໄດ້ເລືອກຫົວຂໍ້ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າໃນການແກ້ໃຫ້ຖືກເໝາະ” ໃຫ້ປີປະທານ ອາຊຽນ 2020, ດ້ວຍຈຸດສຸມແມ່ນເສີມຂະຫຍາຍກຳລັງແຮງ ຂອງປະຊາຄົມ ອາຊຽນ ຜ່ານຄວາມສາມັກຄີ, ຮ່ວມສຳພັນ, ໃນນັ້ນ ມີຄວາມສະໜິດ ຕິດພັນດ້ານເສດຖະກິດ, ກໍ່ສ້າງປະຊາຄົມອາຊຽນ. ຜ່ານຖານະບົດບາດທີ່ເປັນປະທານ ອາຊຽນ, ຫວຽດນາມ ຈະສະແດງໃຫ້ເຫັນຄວາມ ສາມາດ ໃນການນຳພາ ແລະ ປະສານງານ, ເພື່ອໃຫ້ທຸກໆ ປະເທດ ສະມາຊິກໃນປະຊາຄົມ ອາຊຽນ ສາມາດສວຍໃຊ້ໂອກາດ ແລະ ແກ້ໄຂສິ່ງທ້າທາຍ, ຫັນໄປເຖິງການກໍ່ສ້າງປະຊາຄົມ ອາຊຽນ ທີ່ຍືນຍົງຄົງຕົວ.

ກອງປະຊຸມສຸດຍອດ  ອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມສຸດຍອດທ່ີກ່ຽວຂ້ອງ, ດ້ວຍການເຂົ້າຮ່ວມຂອງການນຳ 10 ປະເທດ ອາຊຽນ, ບັນດາຄູ່ຮ່ວມມືຂອງ ອາຊຽນ (ຈີນ, ຍີ່ປຸ່ນ, ສ ເກົາຫຼີ, ອິນເດຍ, ອົດສຕຣະລີ, ນິວ ຊີແລນ, ສ ອາເມລິກາ, ສະຫະພາບ ລັດເຊຍ) ແລະ ເລຂາທິການໃຫຍ່ ສະຫະປະຊາຊາດ.   .
ປີປະທານ ອາຊຽນ 2020 ໄດ້ຮັບຖືເປັນເຫດການຫຼາຍຝ່າຍ ທີ່ສຳຄັນທີສຸດຂອງ ຫວຽດນາມ, ໃນສະພາບການ ອາຊຽນ ສຳເລັດໄດ້ເຄິ່ງໜຶ່ງການຜັນຂະຫຍາຍບັນດາແຜນການ ຫັນເປັນຕົວຈິງ ວິໄສທັດ ອາຊຽນ 2025. ປີ 2020 ມີຄວາມໝາຍຄຳສັນໃນການຕີລາຄາຄວາມຄືບໜ້າ ແລະ ບັນດາຜົນສຳເລັດທີ່ບັນລຸໄດ້ໃນໄລຍະຜ່ານມາ, ຜ່ານໜ້ານັ້ນ ຈຶ່ງຕັດສິນການປະຕິບັດ ບັນດາຂັ້ນຕອນຕໍ່ໄປຄືແນວໃດ ເພື່ອສຳເລັດເປົ້າໝາຍ ກໍ່ສ້າງປະຊາຄົມ ອາຊຽນ ເມື່ອປີ 2025.

 


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມດ້ວຍ ພັນລະຍາເຂົ້າຮ່ວມງານລ້ຽງສະຫຼອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໂດຍທ່ານນາຍົກລັດຖະມົນຕີ ໄທ ປຣາຣຸດ ຈັນໂອຈາ ແລະ ພັນລະຍາ ເປັນເຈົ້າພາບ. ພາບ: ຖົ໋ງເຍີດ/VNA


ການສາຍ ວີດີໂອ ແນະນຳກ່ຽວກັບ ຫວຍດນາມ ທີ່ ພິທີມອບຮັບຕຳແໜ່ງປະທານ ອາຊຽນ ປີ 2020 ໃຫ້ແກ່ ຫວຽດນາມ. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ ພິທີອັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ແລະ ຮັບຖະນາບົດບາດເປັນປະທານ ອາຊຽນ ຂອງ ຫວຽດນາມ ປີ 2020. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊຽນ - ສ ອາເມລິກາ ຄັ້ງທີ 7. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊຽນ +3 (ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ) ຄັ້ງທີ 22. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ ກອງປະຊຸມສຸດຍອດ ແມ່ຂອງ -ຍີ່ປຸ່ນ ຄັ້ງທີ 11. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊຽນ -ອິນເດຍ ຄັ້ງທີ 16. ພາບ: ຖົ໋ງເຍີດ/VNA


 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ ກອງປະຊຸມຂັ້ນສູງ ສັນຍາຄູ່ຮ່ວມມືເສດຖະກິດ ຮອບດ້ານ ໃນພາກພື້ນ (RCEP) ຄັ້ງທີ 3. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊຽນ -ຍີ່ປຸ່ນ ຄັ້ງທີ 22. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊີຕາເວັນອອກ ຄັ້ງທີ 14. ພາບ: ຖົ໋ງເຍີດ/VNA


ກໍ່ໃນປີ 2020, ຫວຽດນາມ ຈະຮັບຜິດຊອບຕຳແໜ່ງ ທີ່ເປັນສະມາຊິກ ບໍ່ຖາວອນ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ. ນີ້ເປັນບັນດາການເຄື່ອນໄຫວການ ຕ່າງປະເທດ ທີ່ສຳຄັນເພື່ອ ຫວຽດນາມ ສະແດງອອກ ຖານະບົດບາດ, ອິດທິພົນ ແລະ ຄວາມເຊື່ອຖື, ກໍ່ຄືຄວາມສາມາດຂອງຕົນບົນເວທີສາກົນ. ຫວຽດນາມ ບໍ່ພຽງແຕ່ປະກອບສ່ວນຄວາມຄິດເຫັນຂອງຕົນເທົ່ານັ້ນ, ຫາກຍັງເປັນຜູ້ຕ່າງໜ້າໃຫ້ແກ່ປະຊາຄົມ ອາຊຽນ ຢູ່ສະຫະປະຊາຊາດອີກດ້ວຍ. ຫຼາຍປະເທດໃນໂລກ ສະແດງໃຫ້ເຫັນຄວາມໄວ້ວາງໃຈ ແລະ ຄອຍຖ້າ ຫວຽດນາມ ຈະເສີມຂະຫຍາຍຄວາມສາມາດ ແລະ ຄວາມຮັບຜິດຊອບຂອງຕົນໃນ 2 ຕຳແໜ່ງໜ້າທີ່ດັ່ງກ່າວ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ António Guterres. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສອງຝ່າຍກັບທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽງ.  ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສອງຝ່າຍກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະ ກັບທ່ານນາຍົກລັດຖະມົນຕີ ອິນເດຍNarendra Modi. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະ ກັບທ່ານRobert Charles O'Brien, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ,  ຫົວໜ້າຄະນະຜູ້ແທນ ສ ອາເມລິກາ ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊີ ຕາເວັນອອກ(EAS)  ແລະ ກອງປະຊຸມສຸດຍອດ ອາຊຽນ-ສ ອາເມລິກາ. ພາບ: VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະ ກັບທ່ານນາຍົກລັດຖະມົນຕີ ນີວ ຊີແລນ Jacinda Ardern. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະ ກັບລາຊະກຸນນາມ ອັງກິດ Andrew Albert Christian Edward. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະ ກັບທ່ານນາງ Kristalina Georgieva, ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF).  ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສອງຝ່າຍກັບທ່ານນາຍົກລັດຖະມົນຕີ ໄທ ປຣາຣຸດ ຈັນໂອຈາ. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີເຊັນ
ບົດບັດທຶກ ຊ່ວຍຈຳ ລະຫວ່າງ ອາຊຽນ ແລະ ສະຫະພັນບານເຕະ ໂລກ (
FIFA).ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນສັກຂີພິຍານ ພິທີມອບສົ່ງບົດບັນທຶກ ຊ່ວຍຈຳ ວ່າດ້ວຍການຮ່ວມມືລົງທຶນ ລະຫວ່າງ ຄະນະກຳມະການປະຊາຊົນ ແຂວງ ນິງຖ້ວນ ແລະ ກຸ່ມບໍລິສັດພັດທະນາພະລັງງານ Gulf (ໄທ). ພາບ: ຖົ໋ງເຍີດ/VNA
 
ຫວຽດນາມ ໄດ້ກໍ່ສ້າງ ແລະ ສະເໜີອອກ 5 ກຳນົດທິດ ບຸລິມະສິດໃຫ້ແກ່ປີປະທານ ອາຊຽນ 2020 ຄື: ໜຶ່ງແມ່ນເພີ່ມທະວີການສະແດງອອກບົດບາດ ແລະ ການປະກອບສ່ວນຂອງ ອາຊຽນ ເຂົ້າໃນການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນນະພາບ ແລະ ໝັ້ນຄົງໃນພາກພື້ນ. ສອງແມ່ນຊຸກຍູ້ການຮ່ວມສຳພັນ, ການເຊື່ອມຕໍ່ໃນພາກພື້ນ, ຍົກສູງຄວາມສາມາດແກ້ໃຫ້ຖືກເໝາະກັບສະພາບການ ແລະ ຫາໃຊ້ບັນດາໂອກາດຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4. ສາມແມ່ນ ຊຸກຍູ້ສະຕິຮູ້ສຶກກ່ຽວກັບປະຊາຄົມ ແລະ ລັກສະນະຈຳເພາະຂອງ ອາຊຽນ ແນໃສ່ການກໍ່ສ້າງ ບັນດາຄຸນຄ່າລວມຂອງ ອາຊຽນ. ສີ່ແມ່ນຍູ້ແຮງການພົວພັນຄູ່ຮ່ວມມືເພື່ອສັນຕິພາບ ແລະ ພັດທະນາແບບຍືນຍົງຄົງຕົວກັບບັນດາປະເທດໃນໂລກ. ຫ້າແມ່ນຍົກສູງຄວາມສາມາດແກ້ໃຫ້ຖືກເໝາະກັບ ສະພາບການ ແລະ ປະສິດທິຜົນຂອງ ອາຊຽນ ເຊິ່ງສະແດງອອກຜ່ານການດັດແປງບັນຍັດ, ເພີ່ມທະວີການເຄື່ອນໄຫວ ຂອງບັນດາປະເທດ ສະມາຊິກ ອາຊຽນ ຢ່າງມີປະສິດທິພາບ. 
ບົດ: VNP ສັງລວມ - ພາບ: VNA

top