ຂ່າວສານ

ຫວຽດນາມ ຢືນຢັນຄືນໃໝ່ຄຳໝັ້ນສັນຍາເຂົ້າຮ່ວມບັນດາຄວາມມານະພະຍາຍາມລວມໃນການປ້ອງກັນ, ຕ້ານການກໍ່ການຮ້າຍສາກົນ

ທ່ານນາງ ຫງວຽນເຟືອງຈ່າ, ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາເຂົ້າຮ່ວມພ້ອມກັບຄວາມມານະພະຍາຍາມຂອງປະຊາຄົມສາກົນໃນການຕໍ່ສູ້ຕ້ານການກໍ່ການຮ້າຍ.
(ພາບປະກອບ: AFP/TTXVN)

ວັນທີ 12 ມັງກອນ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮັບຮອງເອົາຖະແຫຼງການປະທານກ່ຽວກັບການປ້ອງກັນ, ຕ້ານການກໍ່ການຮ້າຍສາກົນ ທີ່ວາລະປຶກສາຫາລືທາງອອນລາຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນຮັບຮອງເອົາມະຕິເລກທີ 1373 (2001) ກ່ຽວກັບການປ້ອງກັນ, ຕ້ານການກໍ່ການຮ້າຍສາກົນ. ທ່ານນາງ ຫງວຽນເຟືອງຈ່າ, ທີ່ປຶກສາດ້ານການຕ່າງປະເທດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາເຂົ້າຮ່ວມພ້ອມກັບຄວາມມານະພະຍາຍາມຂອງປະຊາຄົມສາກົນໃນການຕໍ່ສູ້ຕ້ານການກໍ່ການຮ້າຍ. ຜູ້ຕາງໜ້າຫວຽດນາມ ຢືນຢັນວ່າ, ຄວນຊຸກຍູ້ວິທີສຳພັດຢ່າງຮອບດ້ານ ບົນພື້ນຖານກົດບັດສະຫະປະຊາຊາດ, ໃນນັ້ນສຸມໃສ່ເຂົ້າໃນການປ້ອງກັນ, ສະກັດກັ້ນ ແລະ ຢຸດຕິການປະທະກັນ, ປັດເຂ່ຍເງື່ອນໄຂສະດວກໃຫ້ແກ່ການກໍ່ການຮ້າຍ, ເພີ່ມທະວີຄວາມສາມາດຂອງບັນດາປະຊາຄົມ ເພື່ອຕ້ານຄືນຄວາມສ່ຽງໂຄສະນາການໃຊ້ຄວາມຮຸ້ນແຮງ ແລະ ກໍ່ການຮ້າຍ.
(ແຫຼ່ງຄັດຈາກ VOV)

top