ຂ່າວສານ

ຫວຽດນາມ ຢຶນຢູ່​ອັນ​ດັບ ທີ 4 ​ໃນ​ອາ​ຊີ​ຕາ​ເວັນ​ອອກສ່ຽງ​ໃ​ຕ້ ກ່ຽວກັບ​​ການ​ຄໍ້າ​ປະກັນ​ດ້ານສະບຽງອາຫານ

ຫວຽດນາມ ບັນລຸກວ່າ 75 ຄະແນນ, ໃນ 8 ລາຍການຄື ລັກສະນະຄວາມປອດໄພ ແລະ ຄຸນນະພາບດ້ານສະບຽງອາຫານ, ຄວາມອາດສາມາດໃນການສໍາຜັດກັບແຫຼ່ງທຶນຮອນຂອງຊາວກະສິກອນ, ຄວາມໝັ້ນຄົງຂອງການຜະລິດກະສິກໍາ.

 (ພາບປະກອບ: baodansinh.vn)

ຫວ່າງມໍ່ໆມານີ້, ອົງການໄຈ້ແຍກເສດຖະກິດ “Economist Intellogence Unit” (EIU) ສັງກັດ ວາລະສານ The Economist ປະເທດ ອັງກິດ ຫາກໍປະກາດ “ດັດຊະນີການຄໍ້າປະກັນດ້ານສະບຽງອາຫານທົ່ວໂລກ (GFSI) ປີ 2019”, ຕາມນັ້ນແລ້ວ ສິງກະໂປ ຢືນອັນດັບທີ່ໜຶ່ງ ກ່ຽວກັບການຄໍ້າປະກັນດ້ານສະບຽງອາຫານ ໄດ້ດີທີ່ສຸດໃນໂລກ; ຖັດມາແມ່ນ ອຽກລັງ ແລະ ອາເມລິກາ.

        ຖ້າຫາກຕີລາຄາຕາມຄວາມໝາຍກວ້າງ, ການຄໍ້າປະກັນດ້ານສະບຽງອາຫານ ໄດ້ສະແດງຜ່ານຄວາມອາດສາມາດໃນການສະໜອງສະບຽງອາຫານດ້ວຍຕົນເອງຢ່າງພຽງພໍ, ທັງດ້ານປະລິມານ ແລະ ຄຸນນະພາບ. ຖ້າຫາກຕີລາຄາຕາມຄວາມໝາຍແຄບ, ການຄໍ້າປະກັນດ້ານສະບຽງອາຫານ ແມ່ນຮັບປະກັນສະບຽງອາຫານທີ່ຈໍາເປັນໃນຈຸດເວລາຮີບດ່ວນ. ຕາມມາດຕະຖານດັ່ງກ່າວແລ້ວ, ຫວຽດນາມ ບັນລຸ 64,9 ຄະແນນ, ຢືນອັນດັບທີ 54 ໃນຈໍານວນ 113 ປະເທດໃນໂລກ ແລະ ຢືນອັນດັບທີ 4 ໃນພາກພື້ນ ອາຊີຕາເວັນອອກສ່່ຽງໃຕ້. ໃນນັ້ນ,ຫວຽດນາມ ບັນລຸກວ່າ 75 ຄະແນນ, ໃນ 8 ລາຍການຄື ລັກສະນະຄວາມປອດໄພ ແລະ ຄຸນນະພາບດ້ານສະບຽງອາຫານ, ຄວາມອາດສາມາດໃນການສໍາຜັດກັບແຫຼ່ງທຶນຮອນຂອງຊາວກະສິກອນ, ຄວາມໝັ້ນຄົງຂອງການຜະລິດກະສິກໍາ.

(ແຫຼ່ງຄັດຈາກ VOV)



top