ຂ່າວສານ

ຫວຽດນາມ ຢຶດໝັ້ນແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ

ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ຢັ້ງຢືນວ່າ: ຫວຽດນາມ ຢຶດໝັ້ນປະຕິບັດແນວທາງການຕ່າງປະເທດສະເໝີຕົ້ນສະເໝີປາຍ, ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ
  ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ພົບປະກັບຜູ້ແທນປະເທດຕ່າງໆເຂົ້າຮ່ວມເຫດການ (ພາບ:Nguyễn Trường/TTXVN)  

ຕອນບ່າຍວັນທີ 13 ມີນາ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ, ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາສາກົນ (IPU) ຄັ້ງທີ 146 ຢູ່ນະຄອນຫຼວງ Manama, ປະເທດ ບາເຣນ.

ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ຢັ້ງຢືນວ່າ: ຫວຽດນາມ ຢຶດໝັ້ນປະຕິບັດແນວທາງການຕ່າງປະເທດສະເໝີຕົ້ນສະເໝີປາຍ, ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ… ຫວຽດນາມ ສະໜັບສະໜູນບັນດາຂໍ້ລິເລີ່ມປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ສາກົນ, ສະໜັບສະໜູນການຊຸກຍູ້ແກ້ໄຂບັນດາການປະທະກັນ ແລະ ການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນາບຂູ່ ຫຼື ນຳໃຊ້ກຳລັງອາວຸດ, ເຄົາລົບກົດໝາຍສາກົນ, ກົດບັດ ສປຊ.

ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ສະເໜີບາງບັນຫາຄື: ມານະພະຍາຍາມເພື່ອຍົກສູງບົດບາດຂອງການເຄົາລົບ ແລະ ຮັບປະກັນກົດໝາຍສາກົນ, ພິເສດແມ່ນກົດບັດ ສປຊ; ຮັບປະກັນການປະຕິບັດອະທິປະໄຕ, ຄວາມສະເໝີພາບ…; ປັບປຸງຄວາມສາມັກຄີ, ເພີ່ມທະວີການຮ່ວມມືສາກົນ ແລະ ເພີ່ມທະວີການຮ່ວມມືພາກລັດ - ເອກະຊົນ, ສົມທົບລະຫວ່າງບັນດາປະເທດເພື່ອຫັນບັນດາເປົ້າໝາຍພັດທະນາແບບຍືນຍົງ, ຍູ້ແຮງການຮ່ວມມືໃນການຮັບມືກັບບັນດາບັນຫາທົ່ວໂລກໃຫ້ປະກົດຜົນເປັນຈິງ.

ແລະກໍ່ໃນວັນດຽວກັນ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ພົບປະກັບທ່ານເລຂາທິການໃຫຍ່ IPU Martin Chungong; ເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ຄະນະເລຂາ IPU ກ່ຽວກັບວິທີການຈັດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ຢູ່ຮ່າໂນ້ຍ; ພົບປະກັບທ່ານປະທານສະພາແຫ່ງຊາດ ອັງໂກລາ Carolina Cerqueira, ທ່ານປະທານສະພາແຫ່ງຊາດ ຊຳບີ Nelly Butete Kashumba Mutti ແລະ ທ່ານປະທານສະພາສູງ ບາເຣນ Ali Bin Saleh Alsaleh.


top