ຂ່າວສານ

ຫວຽດນາມ ຢຶດໝັ້ນ, ສະເໝີຕົ້ນສະເໝີປາຍແນວທາງການພົວພັນຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ເປັນເພື່ອນມິດທີ່ດີ, ເປັນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈຂອງທຸກໆປະເທດ

ປີ 2023, ສັນຕິພາບ, ການຮ່ວມມື, ການພັດທະນາຍັງແມ່ນທ່າອ່ຽງໃຫຍ່, ແມ່ນຄວາມຄາດຫວັງຂອງທົ່ວໂລກ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ງານພິທີ  

ຕອນຄ່ຳວັນທີ 9 ມັງກອນ, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີແມວ 2023, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ເປັນເຈົ້າພາບຈັດງານລ້ຽງຄະນະທູຕານຸທູດ ໂດຍລັດຖະບານ ຫວຽດນາມ ຈັດຂຶ້ນ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ປີ 2023, ສັນຕິພາບ, ການຮ່ວມມື, ການພັດທະນາຍັງແມ່ນທ່າອ່ຽງໃຫຍ່, ແມ່ນຄວາມຄາດຫວັງຂອງທົ່ວໂລກ. ຫວຽດນາມ ຢຶດໝັ້ນແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງຢ່າງສະເໝີຕົ້ນສະເໝີປາຍ; ເປັນເພື່ອນມິດທີ່ດີ, ເປັນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈຂອງທຸກໆປະເທດ; ແມ່ນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ປະກອບສ່ວນຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມລວມ, ມຸ່ງໄປເຖິງອະນາຄົດທີ່ດີງາມກ່ວາໃຫ້ແກ່ພາກພື້ນ ແລະ ໂລກ. ທ່ານນາຍົກລັດຖະມົນຕີ ຫວັງວ່າ: ບັນດາເອກອັກຄະລັດຖະທູດ, ອຸປະທູດ, ຫົວໜ້າອົງການຕາງໜ້າສາກົນປະຈຳ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ທີ່ມີປະສິດທິຜົນ, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດໃຫ້ເລິກເຊິ່ງກ່ວາອີກ; ແມ່ນທູດເພື່ອນຳ ຫວຽດນາມ ຫຍັບມໍ່ເຂົ້າໃກ້ກັບໂລກກ່ວາ ແລະ ນຳໂລກຫຍັບມໍ່ເຂົ້າໃກ້ກັບຫວຽດນາມ ກ່ວາອີກ.

ໂດຍຕາງໜ້າຄະນະທູຕານຸທູດ, ທ່ານ Saadi Salama, ເອກອັກຄະລັດຖະທູດ ປາແລດສະຕິນ ປະຈຳ ຫວຽດນາມ ເຊື່ອໝັ້ນວ່າ ຫວຽດນາມ ຈະປະກອບສຽງເວົ້າສຳຄັນໃນການສືບຕໍ່ຊຸກຍູ້ການເຄົາລົບກົດໝາຍສາກົນ, ຮັກສາສັນຕິພາບ ແລະ ສະຖຽນລະພາບໃນໂລກ, ເພີ່ມທະວີການຮ່ວມມືລະຫວ່າງປະເທດຕ່າງໆ, ຊຸກຍູ້ລັດທິຫຼາຍຝ່າຍ ແລະ ຄວາມມານະພະຍາຍາມແກ້ໄຂບັນດາສິ່ງທ້າທາຍລວມ.

 


top