ຂ່າວສານ

ຫວຽດນາມ ຢາກຮ່ວມມືກັບບັນດາວິສາຫະກິດການຢາ, ວັກຊິນຕ່າງປະເທດ

      ບັນດາເອກອັກຄະທູດຕີລາຄາສູງຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງ ຫວຽດນາມ ແລະ ສະແດງຄວາມປະທັບໃຈຕໍ່ໝາກຜົນຂອງ ຫວຽດນາມ ໃນການຜັນຂະຫຍາຍການສັກວັກຊິນກັນໂຄວິດ-19.
ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທງລອງ ທີ່ການເຮັດວຽກ
(ພາບ: ກະຊວງສາທາລະນະສຸກ)
      ວັນທີ 07 ທັນວາ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທງລອງ ໄດ້ມີການເຮັດວຽກກັບເອກອັກຄະລັດຖະທູດບັນດາປະເທດ ລາຊະອານາຈັກແບນຊິກ, ສະຫະພັນລັດເຊຍ ແລະ ລາຊະອານາຈັກ ອັງກິດ ປະຈຳ ຫວຽດນາມ. ໃນການເຮັດວຽກດັ່ງກ່າວແມ່ນກ່ຽວຂ້ອງເຖິງວຽກງານຮ່ວມມືດ້ານສາທາລະນະສຸກ ແລະ ການເຄື່ອນໄຫວປ້ອງກັນ, ຕ້ານໂລກລະບາດໂຄວິດ-19… ບັນດາເອກອັກຄະທູດຕີລາຄາສູງຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງ ຫວຽດນາມ ແລະ ສະແດງຄວາມປະທັບໃຈຕໍ່ໝາກຜົນຂອງ ຫວຽດນາມ ໃນການຜັນຂະຫຍາຍການສັກວັກຊິນກັນໂຄວິດ-19.
        ເມື່ອເຮັດວຽກກັບທ່ານເອກອັກຄະລັດຖະທູດ ແບນຊິກ ປະຈຳ ຫວຽດນາມ Paul Jansen, ທ່ານລັດຖະມົນຕີ ຫງວຽນແທງລອງ ໃຫ້ຮູ້ວ່າ, ກະຊວງສາທາລະນະສຸກ ຫວຽດນາມ ຢາກແລກປ່ຽນການຮ່ວມມືກັບສະຫະພາບ ເອີລົບ, ແບນຊິກ ກ່ຽວກັບບັນຫາຄຸ້ມຄອງການຢາຂອງ ຫວຽດນາມ ສຳຜັດກັບມາດຕະຖານໂລກ, ຈາກນັ້ນ, ຮັບປະກັນຢຸກຢາ ແລະ ວັກຊິນໃຫ້ແກ່ຄວາມຕ້ອງການໃນການປິ່ນປົວ, ເບິ່ງແຍງສຸຂະພາບໃຫ້ປະຊາຊົນ ຫວຽດນາມ.
        ເມື່ອແລກປ່ຽນກັບທ່ານລັດຖະມົນຕີ ຫງວຽນແທງລອງ, ທ່ານເອກອັກຄະລັດຖະທູດສະຫະພັນ ລັດເຊຍ ປະຈຳ ຫວຽດນາມ Gennady Bezdetko ໃຫ້ຮູ້ວ່າ, ນອກຈາກການຮ່ວມມືດ້ານສາທາລະນະສຸກທີ່ພວມຜັນຂະຫຍາຍແລ້ວ, ບັນດາວິສາຫະກິດຂອງ ລັດເຊຍ ພ້ອມແລ້ວທີ່ຈະເປີດກວ້າງການຮ່ວມມືກັບ ຫວຽດນາມ ໃນຂົງເຂດສາທາລະນະສຸກ, ວິທະຍາສາດ, ການຢາ.
        ສ່ວນທ່ານ Gareth Ward, ເອກອັກຄະລັດຖະທູດລາຊະອານາຈັກ ອັງກິດ ປະຈຳ ຫວຽດນາມ, ກໍ່ສະແດງຄວາມເຫັນວ່າ ຝ່າຍ ອັງກິດ ພ້ອມແລ້ວທີ່ຈະແບ່ງປັນກັບ ຫວຽດນາມ ກ່ຽວກັບການປະຕິບັດການສັກວັກຊິນກັນໂຄວິດ-19 ໃຫ້ແກ່ເດັກ; ອັງກິດ ກໍ່ຢາກຮ່ວມມືກັບ ຫວຽດນາມ ໃນການຄົ້ນຄວ້າ, ຜະລິດວັກຊິນກັນໂຄວິດ-19, ຢາປິ່ນປົວໂຄວິດ-19.
(ແຫຼ່ງຄັດຈາກ VOV)


top