ຂ່າວສານ

ຫວຽດນາມ ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ

      "ຫວຽດນາມຢັ້ງຢືນຢ່າງສະເໝີຕົ້ນສະເໝີປາຍຕໍ່ຫຼັກໝັ້ນທີ່ວ່າ ໝູ່ເກາະເຈື່ອງຊາ ແລະ ໝູ່ເກາະຮ່ວາງຊາແມ່ນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຜືນແຜ່ນດິນຂອງຫວຽດນາມໄດ້."

ທ່ານ ນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: baoquocte) 
      ວັນທີ 17 ກັນຍາ, ທີ່ການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ, ເມື່ອຕອບຄຳຖາມທີ່ກ່ຽວຂ້ອງເຖິງເລື່ອງໃນວັນທີ 9 ກັນຍາ, ໜ້າ Fanpage ຂອງ ສະຖານທູດອາເມລິກາແຂວນແຜນທີ່ຫວຽດນາມ ທີ່ບໍ່ມີໝູ່ເກາະເຈື່ອງຊາ ແລະ ຮ່ວາງຊານັ້ນ. ທ່ານ ນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ:
            “ຫວຽດນາມຢັ້ງຢືນຢ່າງສະເໝີຕົ້ນສະເໝີປາຍຕໍ່ຫຼັກໝັ້ນທີ່ວ່າ ໝູ່ເກາະເຈື່ອງຊາ ແລະ ໝູ່ເກາະຮ່ວາງຊາແມ່ນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຜືນແຜ່ນດິນຂອງຫວຽດນາມໄດ້. ຫວຽດນາມມີຫຼັກຖານປະຫວັດສາດ ແລະ ພື້ນຖານນິຕິກຳຢ່າງຄົບຖ້ວນເພື່ອຢັ້ງຢືນອະທິປະໄຕຂອງ ສອງໝູ່ເກາະນີ້, ສອດຄ່ອງກັບກົດໝາຍສາກົນ. ຫຼັກໝັ້ນສະເໝີຕົ້ນສະເໝີປາຍ ແລະ ລຸລ່ວງຂອງຫວຽດນາມ ໄດ້ສະແດງໃຫ້ເຫັນດ້ວຍຫຼາຍຮູບການທີ່ແຕກຕ່າງກັນ, ນັບທັງຢູ່ ສປຊ ແລະ ໄດ້ຮັບການເຄົາລົບ ແລະ ສະໜັບສະໜູນຈາກຫຼາຍປະເທດ”
(ແຫຼ່ງຄັດຈາກ VOV)


 

top