ຂ່າວສານ

ຫວຽດນາມ ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍກ່ຽວກັບການແກ້ໄຂການຂັດແຍ້ງສາກົນໂດຍສັນຕິວີທີ

ໃນວັນທີ 01 ມີນາ, ເປັນມື້ທີ 2 ຂອງວາລະປະຊຸມພິເສດໂດຍສະມັດຊາໃຫຍ່ສະຫະປະຊາຊາດ ຈັດຂຶ້ນກ່ຽວກັບສະພາບການຢູ ຢູແກຼນ.
  ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ກ່າວຄຳເຫັນທີ່ວາລະປະຊຸມພິເສດ (ພາບ: TTXVN)  

 ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຊົມເຊີຍການເຈລະຈາໃນວັນທີ 28 ກຸມພາ ລະຫວ່າງ 2 ຄະນະຜູ້ແທນ ຢູແກຼນ ແລະ ລັດເຊຍ ແລະ ຫວັງວ່າ ບັນດາຝ່າຍທີ່ກ່ຽວຂ້ອງຈະສືບຕໍ່ຮັກສາການເຈລະຈາ, ມຸ່ງໄປເຖິງມາດຕະການແກ້ໄຂດັ່ງກ່າວ. ພ້ອມກັນນັ້ນ, ທ່ານເອກອັກຄະລັດຖະທູດ ຍັງເນັ້ນໜັກວ່າ, ຄວນຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພຂອງປະຊາຊົນ, ປົກປ້ອງບັນດາພື້ນຖານໂຄງລ່າງທີ່ຈຳເປັນ ຕາມກົດໝາຍວ່າດ້ວຍມະນຸດສະທຳສາກົນ ແລະ ສະເໜີໃຫ້ປະຊາຄົມສາກົນຊຸກຍູ້ການໜູນຊ່ວຍມະນຸດສະທຳໃຫ້ແກ່ສາມັນຊົນ.

ທ່ານເອກອັກຄະລັດຖະທູດສະເໜີໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ປະຊາຄົມຊາວຕ່າງປະເທດ ທີ່ພວມດຳລົງຊີວິດຢູ່ ຢູແກຼນ, ໃນນັ້ນມີປະຊາຄົມຊາວ ຫວຽດນາມ ແລະ ສ້າງເງື່ອນໄຂສະດວກໃຫ້ເລື່ອງຍົກຍ້າຍພົນລະເມືອງ ຫວຽດນາມ ໄປເຖິງເຂດປອດໄພ.

ກໍ່ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການແກ້ໄຂບັນດາການຂັດແຍ້ງສາກົນໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ກົດບັດຂອງສະຫະປະຊາຊາດ, ພິເສດແມ່ນຫຼັກການເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດ, ບໍ່ແຊກແຊງເຂົ້າວຽກງານພາຍໃນ, ບໍ່ນຳໃຊ້ອາວຸດເຂົ້າໃນການພົວພັນສາກົນ.



top