ຂ່າວສານ

ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 12 ຄົນ ກັບມາຈາກຕ່າງປະເທດ

      VOVWORLD) -   ຕອນເຊົ້າວັນທີ 21 ກໍລະກົດ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 12 ຄົນ ເຊິ່ງລ້ວນແຕ່ແມ່ນຜູ້ທີ່ກັບມາຈາກ ລັດເຊຍ. 

ໄລ່ຮອດ 6 ໂມງເຊົ້າຂອງວັນທີ 21 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດແມ່ນ 396 ຄົນ (ພາບ: ກະຊວງສາທາລະນະສຸກ)
      ພາຍຫຼັງເຂົ້າເມືອງຢູ່ສະໜາມບິນ ເວິນໂດນ, ແຂວງກວ໋າງນິງ, ບຸກຄົນດັ່ງກ່າວໄດ້ຮັບການແຍກຕົວໃນທັນທີ. ເປັນອັນວ່າ, ພາຍໃນ 24 ຊົ່ວໂມງຜ່ານມາ ໄດ້ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ 13 ຄົນ, ພ້ອມທັງມີຜູ້ຕິດເຊື້ອ 03 ຄົນ ໄດ້ປະກາດຫາຍດີແລ້ວ. ຍອດຈໍານວນຜູ້ຕິດເຊື້ອທັງໝົດແມ່ນ 396 ຄົນ, ໃນນັ້ນ ມີ 360 ຄົນ ໄດ້ຮັບການປິ່ນປົ່ວຫາຍດີແລ້ວ. ຄົນເຈັບ 36 ຄົນ ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ ແລະມີອາກາດສຸຂະພາບເປັນປົກກະຕິ. ຫວຽດນາມ ຢັ້ງຢືນຍັງບໍ່ມີກໍລະນີເສຍຊີວິດຍ້ອນໂລກລະບາດດັ່ງກ່າວເທື່ອ.
 (ແຫຼ່ງຄັດຈາກ VOV)
 


top