ຂ່າວສານ

ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ 6 ຄົນ

      ຕາມບົດລາຍງານຂອງສະຖາບັນອະນາໄມວິທະຍາສູນກາງ ໄລ່ຮອດເວລາ 6 ໂມງຂອງວັນທີ 3 ເມສາ 2020 ໄດ້ຢັ້ງຢືນວ່າມີຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ 6 ຄົນ, ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ ຫວຽດນາມ ຂຶ້ນເປັນ 233 ຄົນ. 

ພາບປະກອບ
      5 ກໍລະນີໃນຈຳນວນນີ້ລ້ວນແຕ່ກັບມາຈາກຕ່າງປະເທດ ແລະ ໄດ້ແຍກຕົວປິ່ນປົວຢູ່ຕ່າງຫາກພາຍຫຼັງເຂົ້າເມືອງໃນທັນທີ, ສ່ວນກໍລະນີຍັງເຫຼືອແມ່ນພະນັກງານບໍລິສັດຈຳກັດ ເຈືອງຊິງ.
            ໄລ່ມາຮອດປັດຈຸບັນ, ຫວຽດນາມໄດ້ມີ ຄົນເຈັບ 75 ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ສົ່ງຕໍ່ຂັ້ນຮາກຖານຕິດຕາມຕື່ມອີກ. ບັນດາຄົນເຈັບທີ່ຍັງເຫຼືອພວມໄດ້ຮັບການປິ່ນປົວຢູ່ຕາມຮາກຖານສາທາລະນະສຸກຕ່າງໆ.
 (ແຫຼ່ງຄັດຈາກ VOV)


top