ຂ່າວສານ

ຫວຽດນາມ ຢັ້ງຢືນບໍ່ພົບຜູ້ຕິດເຊື້ອໂຄວິດ - 19 ໃນຊຸມຊົນ ເປັນເວລາ 12 ວັນຢ່າງລຽນຕິດ

      ປັດຈຸບັນ, ມີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 922 ຄົນ ໃນຈຳນວນຜູ້ຕິດເຊື້ດທັງໝົດ 1063 ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີຜູ້ເສຍຊີວິດ 35 ຄົນ.

(ພາບປະກອບ: dangcongsan.vn) 
      ຂ່າວເວລາ 6 ໂມງເຊົ້າຂອງວັນທີ 14 ກັນຍາ ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ຫວຽດນາມ ຢັ້ງຢືນບໍ່ພົບຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ. ໄລ່ຮອດປັດຈຸບັນ ແມ່ນ 12 ວັນຢ່າງລຽນຕິດ ທີ່ຫວຽດນາມ ຢັ້ງຢືນບໍ່ພົບຜູ້ຕິດເຊື້ອໂຄວິດ - 19 ໃນຊຸມຊົນ.
        ປັດຈຸບັນ, ມີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 922 ຄົນ ໃນຈຳນວນຜູ້ຕິດເຊື້ດທັງໝົດ 1063 ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີຜູ້ເສຍຊີວິດ 35 ຄົນ.
            ແລະໃນເຫດການທີ່ກ່ຽວຂ້ອງວັນທີ 14 ກັນຍາ 2020, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ສິງກະໂປ  ແລະ ບໍລິສັດການບິນ Pacific Airlines ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ສິງກະໂປເພື່ອຈັດ 2 ຖ້ຽວບິນ ນຳສົ່ງພົນລະເມືອງຫວຽດນາມ ກ່ວາ 360 ຄົນ ຈາກສິງກະໂປກັບມາປະເທດ.
        ໃນບັນດາຜົນລະເມືອງກັບມາປະເທດມີ: ເດັກນ້ອຍ, ຜູ້ທີ່ມີພະຍາດປະຈຳໂຕ ແລະ ບັນດາກໍລະນີປະສົບກັບຄວາມຫຍຸ້ງຍາກຕ່າງໆ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນ ສາກົນ ເກິ່ນເທີ, ຜູ້ໂດຍສານທຸກໆຄົນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
 (ແຫຼ່ງຄັດຈາກ VOV)


top