ຂ່າວສານ

ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາຊຸກຍູ້ສິດຂອງຄົນພິການ

ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການຊຸກຍູ້ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດຂອງຄົນພິການບົນພື້ນຖານຄວາມສະເໝີພາບ.

ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການຊຸກຍູ້ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດຂອງຄົນພິການບົນພື້ນຖານຄວາມສະເໝີພາບ.

    

 

ກອງປະຊຸມຄັ້ງທີ 15 ບັນດາປະເທດສະມາຊິກສົນທິສັນຍາສິດຂອງຄົນພິການ (CRPD) ຢູ່ນິວຢອກ

ກອງປະຊຸມຄັ້ງທີ 15 ບັນດາປະເທດສະມາຊິກສົນທິສັນຍາສິດຂອງຄົນພິການ (CRPD) ດ້ວຍຫົວຂໍ້ວ່າ: “ສ້າງສັງຄົມກວມລວມ ແລະ ເຂົ້າຮ່ວມໃຫ້ແກ່ຄົນພິການໃນສະພາບເກີດໂລກລະບາດໂຄວິດ - 19 ແລະ ໄລຍະຕໍ່ໄປ” ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 14 – 16 ມິຖຸນາ, ຢູ່ນະຄອນຫຼວງ ນິວຢອກ, ປະເທດອາເມລິກາ.

        ກ່າວຄຳເຫັນກ່ຽວກັບສະພາບການປະຕິບັດສົນທິສັນຍາສິດຂອງຄົນພິການ, ທ່ານນາງ ເລທິມິງທວາ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢັ້ງຢືນວ່າ: ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການຊຸກຍູ້ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດຂອງຄົນພິການບົນພື້ນຖານຄວາມສະເໝີພາບ, ບໍ່ຈຳແນກການປະພຶດ ແລະ ຍາມໃດກໍ່ສົມທົບບັນຫາໃນຂອບເຂດການພັດທະນາຂອງປະເທດຊາດ. ຍາມໃດ ຫວຽດນາມ ກໍ່ມານະພະຍາຍາມສ້າງສະພາບແວດລ້ອມສະດວກເພື່ອໃຫ້ຄົນພິການບໍ່ພຽງແຕ່ໄດ້ຊົມໃຊ້ຜົນປະໂຫຍດເທົ່ານັ້ນ ຫາກຍັງສ້າງກາລະໂອກາດໃຫ້ເຂົາເຈົ້າໄດ້ເຂົ້າຮ່ວມວິວັດການສ້າງລັດຖະນະໂຍບາຍ ແລະ ປະກອບສ່ວນເຂົ້າໃນການພັດທະນາສັງຄົມອີກດ້ວຍ.

        ຫວຽດນາມ ໄດ້ເນັ້ນໜັກເຖິງເລື່ອງ ຫວຽດນາມ ອະນຸມັດຜ່ານໃຫ້ສັດຕະຍາບັນສົນທິສັນຍາ CRPD ແລະ ສົນທິສັນຍາຂອງອົງການແຮງງານສາກົນ (ILO) ເລກທີ 159 ກ່ຽວກັບວຽກເຮັດງານທຳ ແລະ ບຳລຸງສ້າງວິຊາຊີບໃຫ້ແກ່ຄົນພິການແມ່ນການຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຮັບປະກັນໃຫ້ແຮງງານບໍ່ໄດ້ຈຳແນກການປະພຶດຢູ່ບ່ອນເຮັດວຽກ.

(ແຫຼ່ງຄັດຈາກ VOV)


top