ຂ່າວສານ

ຫວຽດນາມ - ມຽນມາ ເພີ່ມທະວີການຮ່ວມມືຮອບດ້ານ

ຕອນເຊົ້າວັນທີ 17 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະເຈລະຈາກັບທ່ານນາງທີ່ປຶກສາແຫ່ງລັດ ມຽນມາ Aung Suu Kyi. ທີ່ການເຈລະຈາ, 2 ຝ່າຍໄດ້ເຫັນດີເປັນເອກະພາບເປີດກ້ວາງການຮ່ວມມືກ່ຽວກັບດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຊຸກຍູ້ການພົບປະເຈລະຈາ, ເຊັນບັນດາຂໍ້ຕົກລົງ.

ຫວຽດນາມ - ມຽນມາ ເພີ່ມທະວີການຮ່ວມມືຮອບດ້ານ

ທ່ານນາງທີ່ປຶກສາແຫ່ງລັດ ມຽນມາ Aung Suu Kyi ໄດ້ຢືນຢັນວ່າ: ຈະສືບຕໍ່ອຳນວຍຄວາມສະດວກ, ຫລຸດຜ່ອນຮົ້ວກີດຂວາງເຕັກນິກການສົ່ງອອກ ຫວຽດນາມ; ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ຫວຽດນາມ ມີກາລະໂອກາດລົງທຶນ, ດຳເນີນທຸລະກິດຢູ່ ມຽນມາ ກ່ວາ.

        ການນຳ 2 ທ່ານກໍ່ໄດ້ແລກປ່ຽນທິດທາງຊຸກຍູ້ການຮ່ວມມືໃນບັນດາຂົງເຂດອື່ນ ທີ່ມີຄວາມສາມາດບົ່ມຊ້ອນຫລາຍຢ່າງຄື: ກະສິກຳ, ໂທລະຄົມມະນາຄົມ, ຂຸດຄົ້ນບໍ່ແຮ່, ພະລັງງານ, ການກໍ່ສ້າງ…2 ຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ; ແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາກົດໝາຍວ່າດ້ວຍທະເລ 1982 ຂອງສະຫະປະຊາຊາດ, ໃຫ້ຄຳໝັ້ນສັນຍາປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ມານະພະຍາຍາມສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ມີປະສິດທິຜົນ, ແທດຈິງຢ່າງຄົບຖ້ວນ.

        ການນຳ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມ ແລະ ມອບເອກະສານຮ່ວມມືສຳຄັນ 3 ສະບັບ. ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ:

        “ຈຸດພົ້ນເດັ່ນທີ່ສຸດ ເຊິ່ງພວກຂ້າພະເຈົ້າມີຄວາມປະທັບໃຈແມ່ນດ້ານການຄ້າ, ການລົງທຶນລະຫວ່າງ 2 ປະເທດພັດທະນາຢ່າງວ່ອງໄວ. ມາຮອດປີນີ້, ການຄ້າ 2 ປະເທດບັນລຸລື່ນກາຍຄາດຄະເນ 1 ຕື້ USD. ຫວຽດນາມ ແມ່ນປະເທດລົງທຶນນອນໃນກຸ່ມນຳໜ້າເຂົ້າ ມຽນມາ ດ້ວຍໂຄງການລົງທຶນກ່ວາ 20 ແຫ່ງ. ບັນຫາທະເລຕາເວັນອອກ, ພວກຂ້າພະເຈົ້າໄດ້ປຶກສາຫາລື ແລະ ສະໜັບສະໜູນທັດສະນະຂອງ ອາຊຽນ ແມ່ນສ້າງທະເລຕາເວັນອອກສັນຕິພາບ, ປະຕິບັດຕາມສົນທິສັນຍາກົດໝາຍວ່າດ້ວຍທະເລ 1982 ຂອງສະຫະປະຊາຊາດ. ມຽນມາ ກໍ່ສ້າງເງື່ອນໄຂສະໜັບສະໜູນ ຫວຽດນາມ ປະຕິບັດບົດບາດເປັນປະທານ ອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020  2021 ໃຫ້ປະສົບຜົນສຳເລັດ.

(ແຫຼ່ງຄັດຈາກ VOV)


top