ຂ່າວສານ

ຫວຽດນາມ-ມົງກົນຍົກສູງປະສິດທິຜົນການຮ່ວມມືນຳກັນ


ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິນ​ມິນ
ຕ້ອນ​ຮັບທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ມົງ​ກົນ ເຊັນ​ດີ ເມິງ​ເຄີ​ໂອ​ເຣີ​ກິນ

      ຕອນ​ເຊົ້າ​ວັນ​ທີ 3/4, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິນ​ມິນ ໄດ້​ເຈ​ລະ​ຈາ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ມົງ​ກົນ ເຊັນ​ດີ ເມິງ​ເຄີ​ໂອ​ເຣີ​ກິນ ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ. 2 ຝ່າຍ​ໄດ້​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງຫວຽດ​ນາມ-ມົງ​ກົນ​ໃນຫຼາຍ​ຂົງ​ເຂດ, ກໍ​ຄື​ແລກ​ປ່ຽນ​ກ່ຽວ​ກັບບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິນ​ມິນ ຢືນ​ຢັນ​ວ່າ ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ​ມົງ​ກົນ. ສ່ວນ​ທ່ານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ມົງ​ກົນ ເຊັນ​ດີ ເມິງ​ເຄີ​ໂອ​ເຣີ​ກິນ​ຢື​ນ​ຢັນ​ວ່າ ກະ​ຊວງການ​ຕ່າງ​ປະ​ເທດ​ມົງ​ກົນ ຈະ​ສືບ​ຕໍ່​ສົມ​ທົບ​ກັບ​ຫວຽດ​ນາມ​ຢ່າງ​ແໜ້ນ​ແຟ້ນກັບ​ຫວຽດ​ນາມ​ເພື່ອ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນເປີດ​ກ້​ວາງ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ 2 ປະ​ເທດ.
(ແຫຼ່ງຄັດຈາກ VOV)

top