ຂ່າວສານ

ຫວຽດນາມ ມຸ່ງໄປເຖິງການເພີ່ມທະວີການສຳຜັດ ແລະ ຜະລິດວັກຊິນຕອບສະໜອງບັນດາພະຍາດໃນອະນາຄົດ

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແບ່ງປັນການພົບເຫັນຂອງ 3 ການຄົ້ນຄວ້າ
   ທີ່ກອງປະຊຸມສຳມະນາ (ພາບ: qdnd.vn)  

ຕອນເຊົ້າວັນທີ 22 ພຶດສະພາ, ຢູ່ຮ່າໂນ້ຍ, ໂຄງການພັດທະນາສະຫະປະຊາຊາດ (UNDP) ແລະ ສະຖາບັນຍຸດທະສາດ ແລະ ນະໂຍບາຍສາທາລະນະສຸກ (HSPI), ກະຊວງສາທາລະນະສຸກ ຫວຽດນາມ, ຈັດກອງປະຊຸມສຳມະນາເຜີຍແຜ່ໝາກຜົນການຄົ້ນຄວ້າຜະລິດວັກຊິນ ແລະ ການເຂົ້າຮ່ວມຂອງ ຫວຽດນາມ ໃນລາຍການຖ່າຍທອດເຕັກໂນໂລຊີ mRNA ຂອງອົງການອະນາໄມໂລກ (WHO). ລາຍການໂດຍໂຄງການ “ໜູນຊ່ວຍການສຳຜັດກັບວັກຊິນ ແລະ ກຳລັງຄວາມສາມາດຂອງລະບົບສາທາລະນະສຸກ ຫວຽດນາມ ຮັບມືກັບໂລກລະບາດໂຄວິດ-19” ໜູນຊ່ວຍ, ເຊິ່ງລັດຖະບານ ຍີ່ປຸ່ນ ອຸປະຖຳຜ່ານ UNDP.

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແບ່ງປັນການພົບເຫັນຂອງ 3 ການຄົ້ນຄວ້າ, ລວມມີ: ບົດຮຽນສາກົນສັງລວມກ່ຽວກັບການພັດທະນາ ແລະ ຜະລິດວັກຊິນຢູ່ພາຍໃນປະເທດ, ສ້າງແຜນທີ່ກຳລັງຄວາມສາມາດຜະລິດວັກຊິນໃນປະຈຸບັນຂອງ ຫວຽດນາມ ແລະ ບັນດານະໂຍບາຍ ແລະ ລະບຽບການອອກໜັງສືອະນຸຍາດໃຫ້ວັກຊິນສາກົນ. ບັນດາຜູ້ແທນໄດ້ສະເໜີທິດທາງເພື່ອນຳ ຫວຽດນາມ ກາຍເປັນສູນຜະລິດວັກຊິນຂອງພາກພື້ນ.

ກອງປະຊຸມສຳມະນາແມ່ນບາດກ້າວມຸ່ງໄປເຖິງຄວາມສາມາດສຳຜັດ ແລະ ຜະລິດວັກຊິນຂອງ ຫວຽດນາມ. ດ້ວຍວິທີນຳໃຊ້ບົດຮຽນສາກົນ ແລະ ການຮ່ວມມືກັບບັນດາຝ່າຍທີ່ກ່ຽວຂ້ອງ, ຫວຽດນາມ ວາງເປົ້າໝາຍໃຫ້ກາຍເປັນປະເທດນຳໜ້າຢູ່ພາກພື້ນ ກ່ຽວກັບການຜະລິດວັກຊິນ ແລະ ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມທົ່ວໂລກ ໃນການຮັບມືກັບບັນດາວິກິດການດ້ານການແພດ.


top