ຂ່າວສານ

ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ຫຼາຍກ່ວາ 110.000 ຄົນໃນ 24 ຊົ່ວໂມງຜ່ານມາ

ໃນວັນທີ 2 ມີນາ, ຫວຽດນາມມີຄົນເຈັບ 36,902 ຄົນໄດ້ຮັບການປິ່ນປົວຫາຍດີ. ຈໍານວນກໍລະນີທີ່ປິ່ນປົວຫາຍດີມາຮອດປັດຈຸບັນແມ່ນ 2,516,785 ກໍລະນີ. ໃນ 24 ຊົ່ວໂມງຜ່ານມາ, ມີ 114 ຄົນເສຍຊີວິດຍ້ອນພະຍາດໂຄວິດ-19
  ພາບປະກອບ  

 ນັບແຕ່ເວລາ 16:00 ໂມງຂອງວັນທີ 1 ມີນາ ຫາເວລາ 16:00 ໂມງຂອງວັນທີ 2 ມີນານີ້, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 110.301 ຄົນ, ໃນນັ້ນມີ 21 ຄົນມາຈາກຕ່າງປະເທດ ແລະ 110.280 ຄົນຢູ່ 63 ແຂວງ, ນະຄອນພາຍໃນປະເທດ. ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 3.709.481 ຄົນ.

ໃນວັນທີ 2 ມີນາ, ຫວຽດນາມມີຄົນເຈັບ 36,902 ຄົນໄດ້ຮັບການປິ່ນປົວຫາຍດີ. ຈໍານວນກໍລະນີທີ່ປິ່ນປົວຫາຍດີມາຮອດປັດຈຸບັນແມ່ນ 2,516,785 ກໍລະນີ. ໃນ 24 ຊົ່ວໂມງຜ່ານມາ, ມີ 114 ຄົນເສຍຊີວິດຍ້ອນພະຍາດໂຄວິດ-19.

ກ່ຽວກັບການສັກຢາປ້ອງກັນພະຍາດໂຄວິດ-19, ໄລ່ມາຮອດຕອນບ່າຍວັນທີ 2 ມີນານີ້, ທົ່ວປະເທດ ສັກວັກແຊງຕ້ານພະຍາດໂຄວິດ-19 ໄດ້ 195,3 ລ້ານໂດສ. ມາຮອດປະຈຸບັນ, 62 ໃນຈຳນວນ 63 ແຂວງ, ນະຄອນມີອັດຕາການສັກ ວັກແຊງຕ້ານພະຍາດໂຄວິດ-19 ເຂັມທີ 2  ກ່ວາ 90%. ຈຳນວນວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ໄດ້ສັກໃຫ້ແກ່ເດັກນ້ອຍ ອາຍຸ 12-17 ປີ ແມ່ນ 16,978,338 ໂດສ



top