ຂ່າວສານ

ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 796 ຄົນ

ຈຳນວນວັກຊິນໄດ້ສັກແລ້ວແມ່ນ 260.210.114 ໂດສ.

ຈຳນວນວັກຊິນໄດ້ສັກແລ້ວແມ່ນ 260.210.114 ໂດສ.

   

   ຕາມແຫຼ່ງຂ່າວໃນວັນທີ 03 ຕຸລາ ຈາກກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 796 ຄົນ, ປິ່ນປົວຫາຍດີເປັນປົກກະຕິ 270 ຄົນ, ບໍ່ມີຜູ້ເສຍຊີວິດ.

        ນັບແຕ່ເມື່ອເກີດໂລກລະບາດໂຄວິດ-19 ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດທັງໝົດ 11.481.314 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິທັງໝົດ 10.593.181 ຄົນ, ຜູ້ເສຍຊີວິດທັງໝົດ 43.149 ຄົນ, ຈຳນວນວັກຊິນໄດ້ສັກແລ້ວແມ່ນ 260.210.114 ໂດສ.

(ແຫຼ່ງຄັດຈາກ VOV)


top