ຂ່າວສານ

ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງກ່ຽວກັບການພັດທະນາສູນຂໍ້ມູນຂ່າວສານ

ຕະຫຼາດສູນຂໍ້ມູນຂ່າວສານຂອງ ຫວຽດນາມ ພວມພັດທະນາຢ່າງແຮງທີ່ສຸດ.
ສູນເກັບຮັກສາຂໍ້ມູນຂອງ Viettel

ຕາມສື່ມວນຊົນສາກົນໃນອາທິດຜ່ານມາແລ້ວ, ປະຈຸບັນ, ຂົງເຂດສູນຂໍ້ມູນຂ່າວສານຢູ່ ຫວຽດນາມ ໄດ້ຮັບຄວາມສົນໃຈຈາກບັນດາກຸ່ມບໍລິສັດເຕັກໂນໂລຊີໃຫຍ່ ແລະ ມີຄວາມສາມາດບົມຊ້ອນພັດທະນາຢ່າງແຮງໃນອະນາຄົດ.

ເວັບໄຊ Business Times ໃຫ້ຂໍ້ສັງເກດວ່າ, ຕະຫຼາດສູນຂໍ້ມູນຂ່າວສານຂອງ ຫວຽດນາມ ພວມພັດທະນາຢ່າງແຮງທີ່ສຸດ. ບັນດາບໍລິສັດຢູ່ພາຍໃນ ແລະ ຕ່າງປະເທດພວມຊອກຫາວິທີພັດທະນາບັນດາສູນຂໍ້ມູນຂ່າວສານຢູ່ ຫວຽດນາມ ເມື່ອຄວາມຕ້ອງການເກັບຮັກສາຂໍ້ມູນໄດ້ເພີ່ມຂຶ້ນຢ່າງລ້ຽນຕິດ.

ໃນຂະນະນັ້ນ, ເວັບໄຊ Yahoo Finance ໄດ້ຄັດສະເໜີບົດລາຍງານລົງທຶນຕະຫຼາດ ສູນຂໍ້ມູນຂ່າວສານ ຫວຽດນາມ 2022 – 2028 ໃຫ້ຮູ້ວ່າ ຂອບເຂດຕະຫຼາດສູນຂໍ້ມູນຂ່າວສານຢູ່ ຫວຽດນາມ ຄາດວ່າຈະເພີ່ມຂຶ້ນລະດັບກວ່າ 1 ຕື້ USD ໃນປີ 2028 ຈາກລະດັບ 561 ລ້ານ USD ໃນປີ 2022 ດ້ວຍລະດັບສະເລ່ຍປະມານກວ່າ 10%/ປີ.

ເວັບໄຊ PR News Wire ໄດ້ຄັດສະເໜີບົດໄຈ້ແຍກຂອງ Akamai (ອາເມລິກາ) ໃຫ້ຮູ້ວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດແຖວໜ້າຢູ່ພາກພື້ນກ່ຽວກັບຜູ້ຖືກຖາມໃຫ້ບຸລິມະສິດລົງທຶນເຂົ້າເຕັກໂນໂລຊີເກັບຮັກສາຂໍ້ມູນ Computing - ຂົງເຂດສຳຄັນຂອງຂະແໜງຂໍ້ມູນຂ່າວສານ.

ສ່ວນຝ່າຍນັກຊ່ຽວຊານ, ທ່ານ Yoshimi Sasaoka, ຜູ້ອຳນວຍການໃຫຍ່ບໍລິສັດ NTT Global Centers HCMC1, ໃຫ້ຂໍ້ສັງເກດວ່າ ຫວຽດນາມ ມີກຳລັງແຮງພັດທະນາສູນຂໍ້ມູນຂ່າວສານ, ລັດຖະບານ ຫວຽດນາມ ພວມຍູ້ແຮງການຫັນເປັນດີຈີຕອນ. ນອກນັ້ນ, ຈຳນວນຜູ້ນຳໃຊ້ອິນເຕີເນັດຢູ່ ຫວຽດນາມ ກໍ່ໃຫຍ່ຫຼວງຢູ່.

 


top