ຂ່າວສານ

ຫວຽດນາມ ມີ ບັນດາການປະກອບສ່ວນໃຫຍ່ຫລວງແລະຕັ້ງຫນ້າເຂົ້າ

ວັນທີ 1 ມີນາ ແມ່ນວັນເວທີປາໄສການຮ່ວມມື ອາຊີ - ເອີລົບ (ASEM). ຫວຽດນາມ ແມ່ນສະມາຊິກສ້າງຕັ້ງເວທີປາໄສ ຂໍຊົມເຊີຍເຫດການສຳຄັນນີ້. 

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ

ຜ່ານກວ່າ 2 ທົດສະວັດເຂົ້າຮ່ວມ, ຫວຽດນາມຍາມໃດກໍ່ແມ່ນສະມາຊິກມີຄວາມຂະຫຍັນຂັນເຄື່ອນ ແລະ ມີຄວາມຮັບຜິດຊອບ, ສ້າງບັນດາຂີດໝາຍທີ່ມີຄວາມໝາຍໃນໄລຍະພັດທະນາຂອງ ASEM, ປະກອບສ່ວນຍົກສູງບົດບາດ ແລະ ທີ່ຕັ້ງຂອງເວທີປາໄສ. ເມື່ອເນັ້ນຫນັກເຖິງຫນ້າທີ່ຂອງຫວຽດນາມ ໃນ ASEM, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຖືວ່າ:

        “ຫວຽດນາມຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດການປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ຍົກລະດັບການຮ່ວມມື ASEM, ຊຸກຍູ້ການເຊື່ອມຕໍ່ ອາຊີ - ເອີລົບຜ່ານປະຊາຄົມ ອາຊຽນ, ບັນດາການພົວພັນຄູ່ຮ່ວມມື ແລະ ບັນດາກົນໄກຮ່ວມມື, ຮ່ວມສຳພັນສອງຝ່າຍ, ຫລາຍຝ່າຍທີ່ມີຢູ່ແລ້ວ. ຫວຽດນາມ ຈະສືບຕໍ່ຮ່ວມມືກັບບັນດາສະມາຊິກເພື່ອສ້າງວິໄສທັດໃຫ້ແກ່ ASEM ທີ່ມີຄວາມຮັບຜິດຊອບ.”

ແລະກໍ່ໃນວັນດຽວກັນ, ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ກອງກຳປັ່ນທະຫານເຮືອ ອາເມລິກາ ຈະມາຢ້ຽມຢາມນະຄອນ ດາຫນັງ ແຕ່ວັນທີ 5-9 ມີນາຈະມາເຖິງ. ນີ້ແມ່ນການເຄື່ອນໄຫວນອນໃນຂໍ້ຕົກລົງລະຫວ່າງການນຳລະຫວ່າງສອງປະເທດ.

(ແຫຼ່ງຄັດຈາກ VOV)



top