ຂ່າວສານ

ຫວຽດນາມ ມີ 2 ໝູ່ບ້ານອາຊີບທຳອິດຂຶ້ນກັບເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ

2 ໝູ່ບ້ານດັ່ງກ່າວເປັນສະມາຊິກຂອງເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ ເປັນການພິສູດໃຫ້ເຫັນຄວາມມານະພະຍາຍາມໃນການອະນຸລັກຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອ
ທີ່ພິທີຕ້ອນຮັບ (ພາບ: TTXVN)

ຕອນຄ່ຳວັນທີ 14 ກຸມພາ, ຢູ່ພະລາຊະວັງ ທັງລອງ, ຮ່າໂນ້ຍ, ໄດ້ຈັດພິທີຕ້ອນຮັບ ໝູ່ບ້ານເຄື່ອງປັ້ນດິນເຜົາ ບາດຈ່າງ ແລະ ໝູ່ບ້ານແຜ່ນແຜພື້ນເມືອງ ຫວ້ານຝູກ ແມ່ນສະມາຊິກເຄື່ອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ, ໂດຍຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຂັດຂຶ້ນ.

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນແມ້ງກວ່ຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ຢືນຢັນວ່າ 2 ໝູ່ບ້ານ ບາດຈ່າງ ແລະ ຫວ້ານຝູກ ບໍ່ພຽງແຕ່ແມ່ນບັນດາສັນຍາລັກຂອງອາຊີບຫັດຖະກຳທີ່ເປັນມູນເຊື້ອຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນບັນດາປະຕິມະກອນສິລະປະ ປະດິດຄິດສ້າງ, ເຕົ້າໂຮມສິ່ງຍອດຍິ່ງ, ພ້ອມກັບຄວາມສຸດຈິດສຸດໃຈຂອງບັນດານາຍຊ່າງມີສີມືເກັ່ງອີກດ້ວຍ. ເລື່ອງສະພາຫັດຖະກຳຮັບຮອງເອົາ 2 ໝູ່ບ້ານດັ່ງກ່າວເປັນສະມາຊິກຂອງເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ ເປັນການພິສູດໃຫ້ເຫັນຄວາມມານະພະຍາຍາມໃນການອະນຸລັກຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອ, ພ້ອມທັງຕອບສະໜອງຄວາມຕ້ອງການຂອງຍຸກສະໄໝ.


top