ຂ່າວສານ

ຫວຽດນາມ - ມາ​ເລ​ເຊຍ ​ເພີ່ມ​ທະວີ​ການ​ແລກປ່ຽນ, ​ຮ່ວມ​ມື​ຢູ່​ທະ​ເລ ​ເພື່ອສະ​ພາບ​ແວດ​ລ້ອມແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ

ຕອນບ່າຍວັນທີ 21 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານນາຍົກລັດຖະມົນຕີ ມາເລເຊຍ Dato' Sri Ismail Sabri bin Yaakob ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ຕອນບ່າຍວັນທີ 21 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານນາຍົກລັດຖະມົນຕີ ມາເລເຊຍ Dato' Sri Ismail Sabri bin Yaakob ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

  ທ່ານປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບ ທ່ານນາຍົກລັດຖະມົນຕີ ມາເລເຊຍ Dato' Sri Ismail Sabri bin Yaakob

ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີ່ງເຫ້ວ ສະເໜີໃຫ້ລັດຖະບານ 2 ປະເທດ ເລັ່ງຜັນຂະຫຍາຍບັນດາມາດຕະການຮ່ວມມືເພື່ອພ້ອມກັນຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ໂດຍໄວ; ທ່ານຫວັງວ່າ ລັດຖະບານ ມາເລເຊຍ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແຮງງານຫວຽດນາມ ຢູ່ ມາເລເຊຍ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຢືນຢັນວ່າ ສະພາແຫ່ງຊາດ ຫວຽດນາມ ຖືເປັນສຳຄັນ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ມາເລເຊຍ ຢ່າງເຂັ້ມແຂງກວ່າເກົ່າ, ຈະຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2023.

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ສະເໜີຫວຽດນາມ ແລະ ມາເລເຊຍ ສົມທົບກັນຢ່າງຕັ້ງໜ້າປັບປຸງສັນຕິພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ ເພື່ອແນໃສ່ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທໍາຂອງບັນດາຝ່າຍ ຕາມສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982). ສອງ ປະເທດເພີ່ມທະວີການແລກປ່ຽນ, ການຮ່ວມມືຢູ່ທະເລ ພ້ອມກັນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ.

ທ່ານນາຍົກລັດຖະມົນຕີ Dato' Sri Ismail Sabri bin Yaakob ຢືນຢັນວ່າ: ມາເລເຊຍ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ; ໃຫ້ບຸລິມະສິດຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ ເພື່ອແນໃສ່ເປີດປະຕູ, ຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ; ໃນນັ້ນ ມີການຊຸກຍູ້ການຜັນຂະຫຍາຍໂຄງການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ມາເລເຊຍ ໄລຍະ 2021-2025 ຢ່າງມີປະສິດທິຜົນ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ເປັນກຳລັງໜູນການເຕີບໂຕໃໝ່ຄື: ເສດຖະກິດຂຽວ, ເສດຖະກິດດິຈິຕອນ, ຫັນເປັນດິຈິຕອນ.

(ແຫຼ່ງຄັດຈາກ VOV)


top