ຂ່າວສານ

ຫວຽດນາມ - ມາເລເຊຍ ສູ້ຊົນນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 18 ຕື້ USD ໃນປີ 2025

ທີ່ກອງປະຊຸມ, 2 ຝ່າຍໄດ້ເຫັນດີຮັບຮອງເອົາໂຄງການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2021 – 2025.
(ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ)

ວັນທີ 15 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ Saifuddin Abdullah ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 6 ຄະນະກຳມະການປະສົມກ່ຽວກັບການຮ່ວມມືເສດຖະກິດ, ວິທະຍາສາດ ແລະ ເຕັກນິກລະຫວ່າງ 2 ປະເທດ. ທີ່ກອງປະຊຸມ, 2 ຝ່າຍໄດ້ເຫັນດີຮັບຮອງເອົາໂຄງການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2021 – 2025. ລັດຖະມົນຕີ 2 ທ່ານຢືນຢັນຈະຮ່ວມມືກັນຢ່າງແໜ້ນແຟ້ນ ແນໃສ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ບັນດາກົນໄກຮ່ວມມື 2 ຝ່າຍສຳຄັນ; ແກ້ໄຂຄວາມຫຍຸ້ງຍາກ, ສູ້ຊົນນຳວົງເງິນການຄ້າລະຫວ່າງ 2 ປະເທດບັນລຸຄາດໝາຍ 18 ຕື້ USD ໃນປີ 2025; ເປີດກວ້າງການຮ່ວມມື, ລົງທຶນໄປສູ່ຂົງເຂດສຳຄັນໃນຍຸກສະໄໝເຕັກໂນໂລຊີຄື: ການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ການປ່ຽນແປງໃໝ່ປະດິດຄິດສ້າງ, ພະລັງງານຜະລິດຄືນໃໝ່…

        2 ຝ່າຍເຫັນດີເພີ່ມທະວີການສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ພິເສດແມ່ນຢູ່ສະຫະປະຊາຊາດ, ອາຊຽນ ແລະ ບັນດາກົນໄກໂດຍ ອາຊຽນ ນຳພາ… ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິຖີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982); ສະໜັບສະໜູນການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ຄົບຖ້ວນ, ເຈລະຈາເພື່ອແນໃສ່ບັນລຸກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິພາບ, ແທດຈິງ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982.

(ແຫຼ່ງຄັດຈາກ VOV)


top