ຂ່າວສານ

ຫວຽດນາມ ມານະພະຍາຍາມຟື້ນຟູ ແລະ ພັດທະນາເສດຖະກິດ

ເມື່ອຕອບຄຳຖາມຂອງບັນດາອົງການສື່ມວນຊົນກ່ຽວກັບສາເຫດທີ່ລະດັບ GDP ໃນໄຕມາດທີ 2 ປີນີ້ເພີ່ມຂຶ້ນສູງເມື່ອທຽບໃສ່ໄລຍະ 10 ປີມານີ້
  ການປະຊຸມຂ່າວນັດສາມັນເດືອນ ມິຖຸນາ ຂອງລັດຖະບາ (ພາບ: VGP/Nhật Bắc)  

ຕອນບ່າຍວັນທີ 4 ກໍລະກົດ, ຢູ່ຮ່າໂນ້ຍ, ໄດ້ດຳເນີນການຖະແຫລງຂ່າວເດືອນ ມິຖຸນາ ຂອງລັດຖະບານ, ກ່ຽວກັບຫຼາຍບັນຫາເສດຖະກິດ - ສັງຄົມໄດ້ຮັບຄວາມເອົາໃຈໃສ່ຈາກຫາງສຽງ. ນະທີ່ນີ້, ເມື່ອຕອບຄຳຖາມຂອງບັນດາອົງການສື່ມວນຊົນກ່ຽວກັບສາເຫດທີ່ລະດັບ GDP ໃນໄຕມາດທີ 2 ປີນີ້ເພີ່ມຂຶ້ນສູງເມື່ອທຽບໃສ່ໄລຍະ 10 ປີມານີ້, ທ່ານ ເຈິ່ງກວກເຟືອງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ໃຫ້ຮູ້ວ່າ:

“ສາເຫດບັນລຸໄດ້ແມ່ນໂດຍສັງລວມບັນດາສາເຫດຈາກວຽກງານການນຳພາຕະຫຼອດຮອດວຽກງານການຊີ້ນຳ, ບໍລິຫານ ແລະ ພິເສດແມ່ນບັນດາຄວາມມານະພະຍາຍາມຂອງບັນດາຂັ້ນ, ຂະແໜງການ, ຄວາມສາມັກຄີ, ຄວາມເຊື່ອໝັ້ນຂອງປະຊາຄົມວິສາຫະກິດ ກໍ່ຄືປະຊາຊົນໃນສັງຄົມ. ການເຄື່ອນໄຫວຜະລິດ ດຳເນີນທຸລະກິດ, ເສດຖະກິດ ສັງຄົມ, ທຸກໆຂົງເຂດໃນພື້ນຖານເສດຖະກິດໄດ້ຟື້ນຟູຢ່າງແຮງ.”

ທີ່ການປະຊຸມຂ່າວ, ທ່ານຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ຫງວຽນດືກຈີ ກໍ່ໄດ້ເວົ້າເຖິງແຜນຮ່າງຍຸດທະສາດພັດທະນາການຕະຫຼາດຫຼັກຊັບ, ຕະຫຼາດປະກັນໄພຮອດປີ 2025 ແລະ ການກຳນົດທິດຮອດປີ 2030.


top