ຂ່າວສານ

ຫວຽດນາມ ມານະພະຍາຍາມປະຕິບັດບັນດາຄຳໝັ້ນສັນຍາທີ່ COP26 ໃນທັນທີ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ພາຍຫຼັງທີ່ກອງປະຊຸມ COP26, ຫວຽດນາມ ໄດ້ຫັນເປັນລະອຽດ ແລະ ປະຕິບັດບັນດາຄຳໝັ້ນສັນຍາຂອງຕົນຕໍ່ປະຊາຄົມສາກົນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ພາຍຫຼັງທີ່ກອງປະຊຸມ COP26, ຫວຽດນາມ ໄດ້ຫັນເປັນລະອຽດ ແລະ ປະຕິບັດບັນດາຄຳໝັ້ນສັນຍາຂອງຕົນຕໍ່ປະຊາຄົມສາກົນ.

    

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ກອງປະຊຸມ

ຕອນເຊົ້າວັນທີ 14 ກໍລະກົດ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມຄັ້ງທີ 3 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຜັນຂະຫຍາຍປະຕິບັດຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26). ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ພາຍຫຼັງທີ່ກອງປະຊຸມ COP26, ຫວຽດນາມ ໄດ້ຫັນເປັນລະອຽດ ແລະ ປະຕິບັດບັນດາຄຳໝັ້ນສັນຍາຂອງຕົນຕໍ່ປະຊາຄົມສາກົນ, ຫວຽດນາມ ໄດ້ສ້າງຄະນະຊີ້ນຳແຫ່ງຊາດເພື່ອຊີ້ນຳ, ຈັດຕັ້ງປະຕິບັດໂດຍໄວ:

“ໃນການລະດົມແຫຼ່ງກຳລັງ, ຂ້າພະເຈົ້າສະເໜີໃຫ້ບັນດາກະຊວງ, ຂະແໜງການສຸມໃສ່ການປັບປຸງກົນໄກໃຫ້ເໝາະ ແລະ ສົມບູນເພື່ອຫັນປ່ຽນ, ພັດທະນາສີຂຽວ. ທີສອງແມ່ນ, ສຸມໃສ່ການລະດົມແຫຼ່ງກຳລັງ, ນັບທັງຂອງລັດ ແລະ ຂອງທົ່ວສັງຄົມ, ແຫຼ່ງກຳລັງການຮ່ວມມືດ້ານການເງິນ ລະຫວ່າງພາກລັດ - ພາກເອກະຊົນ. ທີສາມແມ່ນ, ກ່ຽວກັບແຫຼ່ງກຳລັງຊັບພະຍາກອນມະນຸດ, ຄວນສ້າງກົນໄກ, ສັບຊ້ອນຄືນໃໝ່, ເພື່ອຍົກສູງຄຸນນະພາບ. ທີສີ່ແມ່ນ, ປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຢີ. ທີຫ້າແມ່ນ, ປ່ຽນແປງໃໝ່ແບບວິທີບໍລິຫານກ່ຽວກັບພະລັງງານ, ຖືບັນຫາສັງລວມຂອງປະເທດ, ຂອງຊາດຢູ່ເໜືອກວ່າສິ່ງໃດໝົດ.”

(ແຫຼ່ງຄັດຈາກ VOV)


top