ຂ່າວສານ

ຫວຽດນາມ ມານະພະຍາຍາມປະກາດສິ້ນສຸດໂລກລະບາດ Covid – 19 ໂດຍໄວ

      ຄະນະຊີ້ນໍາໄດ້ຕີລາຄາວ່າ ວຽກງານປ້ອງກັນ, ຕ້ານ, ປິ່ນປົວ ໂລກລະບາດ Covid – 19ຢູ່ບັນດາທ້ອງຖິ່ນໃນໄລຍະທີ່ຜ່ານມາ ໄດ້ປະຕິບັດເປັນຢ່າງດີ. 

ກອງປະຊຸມຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ ແລະ ຕ້ານໂລກລະບາດ Covid – 19 (ພາບ: VGP)
              ທີ່ກອງປະຊຸມຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ ແລະ ຕ້ານໂລກລະບາດ Covid – 19 ເມື່ອຕອນເຊົ້າວັນທີ 19  ກຸມພາ ຢູ່ຮ່າໂນ້ຍ, ຄະນະຊີ້ນໍາໄດ້ຕີລາຄາວ່າ ວຽກງານປ້ອງກັນ, ຕ້ານ, ປິ່ນປົວ ຢູ່ບັນດາທ້ອງຖິ່ນໃນໄລຍະທີ່ຜ່ານມາ ໄດ້ປະຕິບັດເປັນຢ່າງດີ. ມາຮອດປັດຈຸບັນ, ໃນຈໍານວນຄົນເຈັບຕິດ Covid – 19 ຈໍານວນ 16 ຄົນ ກໍໄດ້ມີ 14 ຄົນຫາຍດີແລ້ວ. ຄະນະຊີ້ນໍາໄດ້ປຶກສາຫາລືກ່ຽວກັບວິທີການແກ້ໄຂ, ເງື່ອນໄຂດໍາເນີນບັນດາບາດກ້າວກະກຽມຕາມເນື້ອໃນຈິດໃຈຊີ້ນໍາຂອງນາຍົກລັດຖະມົນຕີ ແມ່ນເດັດດ່ຽວໃຫ້ໂລກລະບາດສິ້ນສຸດລົງໂດຍໄວ ນໍາການດໍາລົງຊີວິດຂອງປະຊາຊົນ, ການເຄື່ອນໄຫວເສດຖະກິດສັງຄົມກັບຄືນສູ່ປົກກະຕິໂດຍໄວ. ໃນວັນດຽວກັນ, ຢູ່ທີ່ກອງປະຊຸມຖອດຖອນບົດຮຽນ ວຽກງານປ້ອງກັນ ແລະ ຕ້ານໂລກລະບາດ Covid – 19 ໂດຍກະຊວງປ້ອງກັນປະເທດຫວຽດນາມ ຈັດຂຶ້ນຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ຍ້ອງຍໍຊົມເຊີຍບັນດາກົມກອງໃນກອງທັບ ໄດ້ເສີມຂະຫຍາຍຄວາມຮັບຜິດຊອບ, ປະກອບສ່ວນສໍາຄັນເຂົ້າໃນວຽກງານປ້ອງກັນ ແລະ ຕ້ານໂລກລະບາດ Covid – 19. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເຊື່ອໝັ້ນວ່າ ດ້ວຍບົດບາດເປັນກໍາລັງຫຼັກແຫຼ່ງຂອງກອງທັບ, ການຮ່ວມແຮງຮ່ວມໃຈຂອງທົ່ວປະເທດ ຫວຽດນາມ ຈະປະກາດສິ້ນສຸດໂລກລະບາດ Covid – 19 ໂດຍໄວ. 
 (ແຫຼ່ງຄັດຈາກ VOV)


top