ຂ່າວສານ

ຫວຽດນາມ ມານະພະຍາຍາມ ຊຸກຍູ້ຄວາມສະເຫມີພາບລະຫວ່າງ ຍິງ - ຊາຍ ໃນສະພາບເກີດໂລກລະບາດໂຄວິດ 19

ໂລກລະບາດໂຄວິດ -19 ໄດ້ກໍ່ໃຫ້ເກີດຄວາມສ່ຽງທີ່ບໍ່ເຄີຍມີມາກອ່ນ, ເມື່ອຄວາມສະເຫມີພາບລະຫວ່າງ ຍິງ - ຊາຍ ເພີ່ມຂຶ້ນໃນພາບດຽວຢູ່ເກືອບທັງໝົດປະເທດ. ຫວຽດນາມ ໄດ້ມານະພະຍາມລົບລ້າງສະພາບການນີ້ ດ້ວຍຫລາຍນະໂຍບາຍ, ແຜນນະໂຍບາຍຢ່າງມີປະສິດທິຜົນ, ສອດຄ່ອງກັບບົດບາດແມ່ນ “ເຂັມຊີ້ທິດ” ພາທາງໃຫ້ທຸກການເຄື່ອນໄຫວຢູ່ໃນໄລຍະເກີດໂລກລະບາດ ແລະ ຫລັງໂລກລະບາດໂຄວິດ 19.

  ປຸກລະດົມເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງ ຍິງ -ຊາຍ ປີ 2021:

(ພາບ: UN Women)  

ຕາມບົດລາຍງານກ່ຽວກັບຄວາມແຕກໂຕນ ລະຫວ່າງຍິງ -  ຊາຍທົ່ວໂລກຂອງເວທີປາໄສເສດຖະກິດໂລກ (WEF) ປິ 2021 ຄາດຄະເນວ່າ  ໂລກລະບາດໂຄວິດ -19 ໄດ້ເຮັດໃຫ້ວິວັດການຮັດແຄບຄວາມແຕກໂຕນ ລະຫວ່າງ ຍິງ - ຊາຍຊັກຊ້າເທົ່າກັບ “ຄົນລຸ້ນຫນຶ່ງ” (ແຕ່ 99,5 ປີ ຫາ 135,6 ປີ, ອີງໃສ່ລະດັບຄວາມໄວໃນປະຈຸບັນ). ການຄົ້ນຄ້ວາອື່ນກໍ່ສະແດງໃຫ້ເຫັນວ່າ ໂລກລະບາດໂຄວິດ -19 ໄດ້ສົ່ງຜົນກະທົບຫນັກຫນ່ວງຕໍ່ແມ່ຍິງ, ຜູ້ທີ່ມີຄວາມສ່ຽງຖືກວ່າງງານສູງກວ່າເມື່ອທຽບໃສ່ເພດຊາຍ, ໃນຂະນະຍັງຄົງຕ້ອງຮັບຜິດຊອບວຽກງານຕົ້ນຕໍໃນຄອບຄົວ, ດູແລລູກເຕົ້າ ເມື່ອໂຮງຮຽນຖືກປິດປະຕູ. ບົດລາຍງານໄດ້ເນັ້ນຫນັກວ່າ ຜົນກະທົບຄືດັ່ງກ່າວອາດຈະແກ່ຍາວ ແລະ ບັນດາເປົ້າໝາຍສຳລັບຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ຍາກທີ່ຈະປະຕິບັດໄດ້.

ຢູ່ ຫວຽດນາມ, ຜົນກະທົບຈາກໂລກລະບາດ ກໍ່ເຮັດໃຫ້ຄວາມແຕກໂຕນລະຫວ່າງ ຍິງ - ຊາຍ ໃນບາງຂົງເຂດເພີ່ມຂຶ້ນ, ກໍ່ສິ່ງທ້າທາຍແກ່ການປະຕິບັດວຽກງານຄວາມສະເຫມີພາບລະຫວ່າງຍິງ -ຊາຍ ແລະ ເພື່ອຄວາມກ້າວຫນ້າຂອງແມ່ຍິງ ກໍ່ຄືການຜັນຂະຫຍາຍປະຕິບັດບາງເປົ້າໝາຍຍຸດທະສາດແຫ່ງຊາດ.

ເພື່ອແກ້ໄຂສະພາບການດັ່ງກ່າວ, ລັດຖະບານ ຫວຽດນາມ ໄດ້ມີຫລາຍນະໂຍບາຍ, ມາດຕະການຫນູນຊ່ວຍປະຊາຊົນ, ວິສາຫະກິດ ຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດ ແລະ ຊຸກຍູ້ຄວາມສະເຫມີພາບລະຫວ່າງ ຍິງ - ຊາຍ. ເລື່ອງຜັນຂະຫຍາຍບັນດານະໂຍບາຍຫນູນຊ່ວຍຢ່າງຄົບຊຸດ, ມີປະສິດທິຜົນ ສະແດງໃຫ້ເຫັນລັກສະນະດີເລີດຂອງລະບອບ ແລະ ບົດບາດການຊີ້ນຳນຳພາຂອງພັກ, ສະພາແຫ່ງຊາດ, ລັດຖະບານ ຢ່າງທັນການ, ສະຫລາດສ່ອງໃສ, ມີຄວາມຮັບຜິດຊອບ… ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກໃນຊີວິດການເປັນຢູ່ຂອງປະຊາຊົນ, ຊ່ວຍປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ວິສາຫະກິດຕໍ່ກັບພັກ, ລັດ. ຄຽງຄູ່ກັນນັ້ນ ເລື່ອງລະດົມ, ສ້າງກຳລັງຫນູນສົ່ງເສີມປະຊາຊົນ, ປະຊາຄົມວິສາຫະກິດພ້ອມກັບການປະດິດຄິດສ້າງ ມີຫລາຍວິທີເຮັດເພື່ອແນໃສ່ແບ່ງປັນຄວາມຫຍຸ້ງຍາກຕໍ່ກັບລັດໃນສະພາບການໂລກລະບາດພວມຜັນແປສັບສົນ, ເສີມຂະຫຍາຍມູນເຊື້ອສາມັກຄີ, ຸອຸ້ມຊູຊ່ວຍເຫລືອເຊິ່ງກັນ ແລະກັນຂອງຊາດຫວຽດນາມ, ປະກອບສ່ວນສ້າງພາບພົດ ແລະ ທີ່ຕັ້ງບົດບາດຂອງປະເທດຊາດໃນເວທີສາກົນ.

ເລື່ອງສ້າງ, ປະກາດໃຊ້ ແລະ ຜັນຂະຫຍາຍບັນດານະໂຍບາຍຫນູນຊ່ວຍປະຊາຊົນ, ວິສາຫະກິດຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19 ໄດ້ວິເຄາະ ແລະ ສອດຫ້ອຍບັນຫາຄວາມສະເຫມີພາບລະຫວ່າງ ຍິງ -ຊາຍຢ່າງລະອຽດ, ຕິດພັນກັບບັນດມາດຕະການແທດຈິງເພື່ອແນໃສ່ຮັບປະກັນເຖິງສິດຜົນປະໂຫຍດ ແລະ ຄວາມຕ້ອງການຂອງແຕ່ລະເພດ, ປະກອບສ່ວນຊຸກຍູ້ຄວາມສະເຫມີພາບລະຫວ່າງຍິງ - ຊາຍ, ຫລຸດຜ່ອນຄວາມແຕກໂຕນລະຫວ່າງເພດຊາຍ ແລະ ຍິງໃນບາງຂົງເຂດຂອງຊີວິດສັງຄົມ.

ພ້ອມກັນນັ້ນ ການຫັນປ່ຽນໃນຄວາມຮັບຮູ້ ແລະ ການກະທຳຂອງຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ໃນຖັນແຖວພະນັກງານ, ລັດຖະກອນ ແລະ ປະຊາຊົນກ່ຽວກັບຄວາມສະເຫມີພາບລະຫວ່າງຍິງ - ຊາຍໄດ້ນຳມາເຊິ່ງໝາກຜົນຈະແຈ້ງ. ອັດຕາສ່ວນແມ່ຍິງເຂົ້າຮ່ວມຄະນະພັກທຸກຂັ້ນ ອາຍຸການ 2021 -2025, ອັດຕາສ່ວນແມ່ຍິງໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາປະຊາຊົນທຸກຂັ້ນ, ແມ່ຍິງເປັນສະມາຊິກສະພາແຫ່ງຊາດ ຊຸດທີ XV ລ້ວນແຕ່ເພີ່ມຂຶ້ນເມື່ອທຽບໃສ່ອາຍຸການກອ່ນ.

ອາດຈະເຫັນສິ່ງດັ່ງກ່າວຢ່າງຈະແຈ້ງໃນການຢັ້ງຢືນຂອງທ່ານນາງ ຫງວຽນທິຮ່າ, ຮອງລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ທີ່ກອງປະຊຸມຂັ້ນລັດຖະມົນຕີເວທີປາໄສແມ່ຍິງ ແລະ ເສດຖະກິດ  APEC ຈັດຂຶ້ນໃນເດືອນກັນຍາປີ 2021 ວ່າ: “ ຕໍ່ຫນ້າຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19, ຫວຽດນາມ ຍັງຄົງສືບຕໍ່ໃຫ້ຄຳໝັ້ນສັນຍາ ແລະ ບຸລິມະສິດການປະຕິບັດຄວາມສະເຫມີພາບລະຫວ່າງຍິງ -ຊາຍຜ່ານການປະກາດໃຊ້ ແລະ ຜັນຂະຫຍາຍບັນດາຍຸດທະສາດ, ໂຄງການຊຸກຍູ້ ຄວາມສະເຫມີພາບລະຫວ່າງຍິງ -  ຊາຍຮອດປີ 2030 ແລະ ບັນດາຄວາມມານະພະຍາຍາມປະກອບສ່ວນປະຕິບັດເປົ້າໝາຍ ຊື່ງ  APEC ວາງອອກໃນວິວັດທະນາການ La Serena ກ່ຽວກັບແມ່ຍິງ ແລະ ການເຕີບໂຕກວມລວມ”. ຕາມທ່ານນາງ ຫງວຽນທິຮ່າແລ້ວ, ໝາກຜົນນີ້ນຳມາເຊິ່ງຄວາມເຊື່ອໝັ້ນວ່າ ແມ່ຍິງ ຫວຽດນາມ ຈະສວມບົດບາດສຳຄັນກວ່າໃນການວາງແຜນກຳນົດນະໂຍບາຍ ແລະ ການຊີ້ນຳ, ຄຸ້ມຄອງສັງຄົມໃນໄລຍະຟື້ນຟູຫລັງໂລກລະບາດໂຄວິດ 19.

ບັນຫາຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ຢູ່ ຫວຽດນາມ ໄດ້ ແລະ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຈາກການນຳພັກ, ລັດ, ລັດຖະບານ. ວັນທີ 3 ມີນາ ປີ 2021, ເປັນຄັ້ງທຳອິດ ລັດຖະບານໄດ້ປະກາດໃຊ້ມະຕິຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເຫມີພາບລະຫວ່າງຍິງ- ຊາຍ ໄລຍະ 2021- 2030 ດ້ວຍບັນດາເປົ້າໝາຍ, ຄາດໝາຍ ສ່ອ່ງແສງບັນຫາກ່ຽວກັບຄວາມສະເຫມີພາບລະຫວ່າງ ຍິງ -ຊາຍຢ່າງແທດຈິງ, ສອດຄ່ອງກັບພຶດຕິກຳຕົວຈິງຂອງການພັດທະນາຢູ່ ຫວຽດນາມ. ນີ້ຈະແມ່ນພື້ນຖານສຳຄັນໃຫ້ແກ່ການສືບຕໍ່ຮັດແຄບຄວາມແຕກໂຕນລະຫວ່າງເພດຍິງ ແລະ ຊາຍ, ສ້າງເງື່ອນໄຂໃຫ້ແມ່ຍິງ ແລະ ຊາຍ ໄດ້ເຂົ້າຮ່ວມ, ຊົມໃຊ້ຄວາມສະເຫມີພາບ ໃນບັນດາຂົງເຂດຂອງຊີວິດສັງຄົມ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງປະເທດ ຫວຽດນາມ.



top