ຂ່າວສານ

ຫວຽດນາມ ມອບແຜນທີ່ປະເທດຫວຽດນາມທີ່ມີຊື່ວ່າ : “ອານນາມດ້າຍກ໋ວກຮ້ວາໂດ” ໃຫ້ແກ່ການນຳຫໍພິພິທະພັນປະຫວັດສາດເອີລົບ

ວັນທີ 16 ມິຖຸນາ ຢູ່ບຣຸກແຊນ ປະເທດແນຊິກ, ທ່ານ ຫງວຽນຮຸ່ງເຊີນ ຮອງຜູ້ອຳນວຍການສະຖາບັນການຕ່າງປະເທດຫວຽດນາມ ໄດ້ມອບແຜນທີ່ປະເທດຫວຽດນາມທີ່ມີຊື່ວ່າ : “ອານນາມດ້າຍກ໋ວກຮ້ວາໂດ” ໃຫ້ແກ່ການນຳຫໍພິພິທະພັນປະຫວັດສາດເອີລົບ

ວັນທີ 16 ມິຖຸນາ ຢູ່ບຣຸກແຊນ ປະເທດແນຊິກ, ທ່ານ ຫງວຽນຮຸ່ງເຊີນ ຮອງຜູ້ອຳນວຍການສະຖາບັນການຕ່າງປະເທດຫວຽດນາມ ໄດ້ມອບແຜນທີ່ປະເທດຫວຽດນາມທີ່ມີຊື່ວ່າ : “ອານນາມດ້າຍກ໋ວກຮ້ວາໂດ” ໃຫ້ແກ່ການນຳຫໍພິພິທະພັນປະຫວັດສາດເອີລົບ.

    

ທ່ານ ຫງວຽນຮຸ່ງເຊີນ ຮອງຜູ້ອຳນວຍການສະຖາບັນການຕ່າງປະເທດຫວຽດນາມ ໄດ້ມອບແຜນທີ່ໃຫ້ແກ່ການນຳຫໍພິພິທະພັນປະຫວັດສາດເອີລົບ

ນີ້ແມ່ນກິດຈະກຳຂອງບາດຫຼວງຊາວຝະລັ່ງ ຢີນລູອິດ ຕາແປດ ທີ່ພິມຈຳໜ່າຍ ຢູ່ເຊຮາມໂປ ປະເທດອິນເດຍ ເມື່ອປີ 1838 ຊຶ່ງຂຽນເປັນ      3 ພາສາຄື ພາສາຈີນ, ລາວ, ກຳປູເຈຍ . ບັນດາສະຖານທີ່ໃນແຜນທີ່ນັບທັງຢູ່ຈີນ, ລາວ, ກຳປູເຈຍກໍລ້ວນແຕ່ຂຽນເປັນພາສາລາຕິນ ແລະ ຝະລັ່ງ. ພິເສດສຳລັບໝູ່ເກາະຢູ່ທະເລຕາເວັນອອກທີ່ມີສະຖານທີ່ປົກຄອງແມ່ນ ຮ່ວາງຊາ, ບາດຫຼວງ ຢີນລູອິດ ຕາແປດໄດ້ຂຽນວ່າ “ກາດວ່າງ” ໝາຍເຖິງຊາຍຄຳ ຊຶ່ງຊາວຝະລັ່ງເອີ້ນວ່າ Paracel , ສະຖານທີ່ “ກາດວ່າງ” ແມ່ນພາສາຫວຽດນາມ, ມີພຽງແຕ່ຢູ່ຫວຽດນາມເທົ່ານັ້ນ, ບໍ່ມີຢູ່ແຫ່ງອື່ນ.

      ການມອບແຜນທີ່ປະເທດຫວຽດນາມທີ່ມີຊື່ວ່າ : “ອານນາມດ້າຍກ໋ວກຮ້ວາໂດ” ໃຫ້ແກ່ຳຫໍພິພິທະພັນປະຫວັດສາດເອີລົບ ໄດ້ສະແດງໃຫ້ເຫັນການປະກອບສ່ວນຂອງຫວຽດນາມທີ່ໄດ້ຊ່ວຍທະວີບເອີລົບ ເຂົ້າໃຈແຈ້ງປະຫວັດສາດຂອງຫວຽດນາມ. ຜ່ານນັ້ນ ຊ່ວຍເພື່ອນມິດສາກົນເຫັນແຈ້ງໄດ້ເຖິງປະຫວັດສາກຂອງທະເລຕາເວັນອອກ, ສະແດງໃຫ້ເຫັນຊາວຝະລັ່ງໄດ້ເຂົ້າມາຫວຽດນາມ ແລະ ໄດ້ແຕ້ມແຜນທີ່ຫວຽດນາມດ້ວຍການຮັບຮູ້ຢ່າງຈະແຈ້ງຜືນແຜ່ນດິນຂອງຫວຽດນາມ. ແຜນທີ່ສະບັບນີ້ຈະຖືກນຳມາວາງສະແດງໃນຊຸດສະສົມວັດຖຸພັນຂອງຫໍພິພິທະພັນປະຫວັດສາດເອີລົບ. 

(ແຫຼ່ງຄັດຈາກ VOV)


top